ທີ່ເຫດການ, ທ່ານນາງ ບຸ່ຍທິມິງຮວ່າຍ ເນັ້ນໜັກວ່າ: ເວທີປາໄສ “ນັກທຸລະກິດຍິງ ແລະເສດຖະກິດສີຂຽວ” ແມ່ນຂໍ້ລິເລີ່ມຂອງສະຫະພັນແມ່ຍິງ 3 ປະເທດ, ເໝາະສົມກັບທ່າອ່ຽງພັດທະນາສີຂຽວ ແລະຍືນຍົງຂອງຫຼາຍປະເທດໃນໂລກ, ໃນນັ້ນມີສາມປະເທດ. ຢືນຢັນວ່າ ມີຫຼາຍພາກສ່ວນເຂົ້າຮ່ວມການພັດທະນາເສດຖະກິດສີຂຽວ, ໃນນັ້ນວິສາຫະກິດແມ່ນໜຶ່ງໃນບັນດາພາກສ່ວນສຳຄັນທີ່ສຸດ. ພ້ອມກັບຄວາມມານະພະຍາຍາມຮ່ວມຂອງປະຊາຄົມວິສາຫະກິດ, ນັກທຸລະກິດຍິງແມ່ນກຳລັງທີ່ບໍ່ອາດຕັກແຍກອອກໄດ້ໃນຍຸດທະສາດເຕີບໂຕສີຂຽວ, ປະກອບສ່ວນສ້າງລະບົບນິເວດເຕີບໂຕແບບຍືນຍົງ. ສະນັ້ນ, ການເສີມຂະຫຍາຍຄຸນຄ່າທີ່ມີຢູ່ແລ້ວຂອງນັກທຸລະກິດຍິງ, ຊຸກຍູ້ປະຊາຄົມນັກທຸລະກິດຍິງ ຕັດສິນໃຈສ້າງບັນດາຜະລິດຕະພັນ ແລະການບໍລິການສີຂຽວທີ່ມີຄຸນຄ່າໂດດເດັ່ນ ແລະມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມແມ່ນມີຄວາມໝາຍສຳຄັນໃນສະພາບປະຈຸບັນ.

leftcenterrightdel
ທ່ານນາງ ບຸ່ຍທິມິງຮວ່າຍ ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ກ່າວຄໍາເຫັນທີ່ເຫດການ. ພາບ: vov.vn

ທ່ານນາງ ບຸ່ຍທິມິງຮວ່າຍ ສະເໜີວ່າ: “ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະທ່າແຮງຂອງແມ່ຍິງ, ພິເສດແມ່ນນັກທຸລະກິດຍິງຂອງ 3 ປະເທດ, ຂ້າພະເຈົ້າປາດຖະໜາ ແລະສະເໜີວ່າ: ສະຫະພັນແມ່ຍິງ 3 ປະເທດ ຈະຕັ້ງໜ້າສົມທົບກັນແບ່ງປັນບົດຮຽນປະສົບການ ໃນການໂຄສະນາເຜີຍແຜ່, ຂົນຂວາຍ, ຍົກສູງຄວາມຮູ້ ແລະໜູນຊ່ວຍສະມາຊິກ ແລະແມ່ຍິງໃນການພັດທະນາເສດຖະກິດສີຂຽວ ແລະ ເສດຖະກິດໝູນວຽນ, ປະຕິບັດບົດບາດເຊື່ອມຕໍ່ນັກທຸລະກິດຍິງ ກັບລັດຖະບານ, ອຳນາດການປົກຄອງທຸກຂັ້ນ ແລະລະຫວ່າງນັກທຸລະກິດຍິງທັງຢູ່ລະດັບຊາດ, ພາກພື້ນ ແລະ ສາກົນ".

ທີ່ເວທີປາໄສ, ນັກທຸລະກິດຍິງຂອງ 3 ປະເທດໄດ້ແບ່ງປັນປະສົບການກ່ຽວກັບການພັດທະນາວິສາຫະກິດ ແລະ ຍົກອອກຂໍ້ສະເໜີ, ແນໃສ່ເສີມຂະຫຍາຍບົດບາດ ແລະເຊື່ອມຕໍ່ນັກທຸລະກິດຍິງ ແລະສະມາຄົມນັກທຸລະກິດຍິງຫວຽດນາມ, ລາວ, ກຳປູເຈຍ ໃນການພັດທະນາເສດຖະກິດສີຂຽວ; ເພີ່ມທະວີຄວາມເອົາໃຈໃສ່ ແລະ ການສົມທົບຂອງບັນດາອົງການ ແລະ ວິສາຫະກິດເພື່ອແນໃສ່ປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບແມ່ຍິງ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ພັດທະນາເສດຖະກິດສີຂຽວ ຢ່າງມີປະສິດທິຜົນ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບລວມ. ພາບ: vov.vn

ທີ່ເວທີປາໄສ, ທ່ານນາງ ອາລີ ວົງໜໍ່ບຸນທຳ, ກຳມະການສູນກາງພັກ, ປະທານສູນກາງສະຫະພັນແມ່ຍິງລາວ ໄດ້ສະເໜີວ່າ: ນັກທຸລະກິດຍິງຂອງ 3 ປະເທດ ຈະພ້ອມກັນປຶກສາຫາລືກ່ຽວກັບແຜນການຮ່ວມມື, ແລກປ່ຽນບົດຮຽນເພື່ອພາລະກິດພັດທະນາແມ່ຍິງ, ສົ່ງເສີມນັກທຸລະກິດຍິງ ແລະ ເສດຖະກິດສີຂຽວ, ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ, ລົງທຶນເຂົ້າໃນການດໍາເນີນທຸລະກິດຂະໜາດນ້ອຍ ແລະຂະໜາດກາງ ໃຫ້ແກ່ແມ່ຍິງ... ເພື່ອພ້ອມກັນສົ່ງເສີມແມ່ຍິ່ງດໍາເນີນທຸລະກິດ ແລະເອົາໃຈໃສ່ສ້າງວຽກເຮັດງານທຳ ແລະ ລາຍຮັບເປັນປົກກະຕິໃຫ້ແກ່ແມ່ຍິງ.

ໂດຍ: ທູຈາງ