ຕາມຜູ້ຕາງໜ້າກະຊວງກະສິກຳ ແລະພັດທະນາຊົນນະບົດແລ້ວ, ວົງເງິນສົ່ງອອກກະສິກຳ, ປ່າໄມ້, ສິນໃນນ້ຳໃນ 6 ເດືອນຕົ້ນປີ 2024 ບັນລຸ 29,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

leftcenterrightdel
ລາຄາເຂົ້າສານສົ່ງອອກສະເລ່ຍຂອງຫວຽດນາມ ກ້າວຂຶ້ນນຳໜ້າໂລກ. ພາບ: ສໍານັກຂ່າວສານຫວຽດນາມ

ປະກອບສ່ວນເຂົ້າໃນໝາກຜົນດັ່ງກ່າວມີ 7 ຜະລິດຕະພັນ, ກຸ່ມຜະລິດຕະພັນທີ່ມີມູນຄ່າສົ່ງອອກບັນລຸກວ່າ 1 ຕື້ໂດລາສະຫະລັດນັ້ນແມ່ນກາເຟ, ຢາງພາລາ, ເຂົ້າສານ, ຜັກ, ໝາກໄມ້, ໝາກມ່ວງຫິມະພານ, ກຸ້ງ, ຜະລິດຕະພັນໄມ້.

ສະເພາະໝາກຖົ່ວລຽນ, ຕາມສະມາຄົມຜັກ ແລະໝາກໄມ້ຫວຽດນາມ ແລ້ວ, 5 ເດືອນຕົ້ນປີ 2024, ວົງເງິນສົ່ງອອກບັນລຸກວ່າ 800 ລ້ານໂດລາສະຫະລັດ, ກວມເອົາ 40% ຂອງວົງເງິນສົ່ງອອກໝາກໄມ້ຂອງຫວຽດນາມ, ກາຍເປັນຂີດໝາຍພັດທະນາຕົ້ນໄມ້ກິນໝາກໃນຂະແໜງກະສິກໍາ...

ຕາມກະຊວງກະສິກຳ ແລະພັດທະນາຊົນນະບົດແລ້ວ, ລາຄາສົ່ງອອກຫຼາຍຜະລິດຕະພັນກະເສດໄດ້ເພີ່ມຂຶ້ນຢ່າງວ່ອງໄວນັບແຕ່ຕົ້ນປີ. ລາຍລະອຽດ, ເຂົ້າສານ ແລະໝາກມ່ວງຫິມະພານແມ່ນສອງຜະລິດຕະພັນທີ່ເພີ່ມຂຶ້ນທັງປະລິມານ ແລະມູນຄ່າສົ່ງອອກ. ເຂົ້າສານບັນລຸ 4,68 ລ້ານໂຕນ, ເພີ່ມຂຶ້ນ 10,4%, ບັນລຸມູນຄ່າ 2,98 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 32%; ໝາກມ່ວງຫິມະພານບັນລຸ 350.000 ໂຕນ, ເພີ່ມຂຶ້ນ 24,9%, ບັນລຸມູນຄ່າ 1,92 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 17,4%.

ເປັນໜ້າໃສ່ໃຈວ່າ, ອາເມລິກາ, ຈີນ, ຍີ່ປຸ່ນ ສືບຕໍ່ແມ່ນ 3 ຕະຫຼາດສົ່ງອອກປະເພດສິນຄ້າກະສິກຳ, ປ່າໄມ້, ສິນໃນນ້ຳຂະໜາດໃຫຍ່ຂອງຫວຽດນາມ, ດ້ວຍມູນຄ່າການສົ່ງອອກລ້ວນແຕ່ເພີ່ມຂຶ້ນ.

ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ມູນຄ່າການສົ່ງອອກໄປຍັງ ອາເມລິກາ ກວມເອົາອັດຕາສ່ວນ 20,7%, ເພີ່ມຂຶ້ນ 20,8%; ຈີນກວມເອົາ 20,2%, ເພີ່ມຂຶ້ນ 9,5% ແລະຍີ່ປຸ່ນ ກວມເອົາ 6,7%, ເພີ່ມຂຶ້ນ 5%. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ຄຸນນະພາບຂອງບັນດາຜະລິດຕະພັນກະເສດຫວຽດນາມ ໄດ້ຮັບການຍົກສູງຂຶ້ນ, ເພາະວ່ານີ້ແມ່ນຕະຫຼາດທີ່ຮຽກຮ້ອງໃຫ້ມີມາດຖານ ແລະລະບຽບການຢ່າງເຂັ້ມງວດ.

ກ່ຽວກັບການສົ່ງອອກເຂົ້າສານ, ທ່ານ ຫງວຽນຍືເກືອງ, ຫົວໜ້າກົມປູກຝັງ (ກະຊວງກະສິກຳ ແລະພັດທະນາຊົນນະບົດ) ໃຫ້ຮູ້ວ່າ: 6 ເດືອນຕົ້ນປີບັນລຸ 4,68 ລ້ານໂຕນ, ເພີ່ມຂຶ້ນ 10,4%, ບັນລຸມູນຄ່າ. 2,98 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 32% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຖ້າຫາກວ່າໃນເຄິ່ງທ້າຍປີນີ້ຍັງມີຄວາມສະດວກຄືໃນເຄິ່ງຕົ້ນປີນັ້ນ, ການສົ່ງອອກເຂົ້າໝົດປີຈະບັນລຸ 8,5 – 9 ລ້ານໂຕນ, ບັນລຸວົງເງິນການສົ່ງອອກແຕ່ 5 – 5,5 ຕື້ໂດລາສະຫະລັດ.

ການສົ່ງອອກເຂົ້າຂອງຫວຽດນາມ ໃນເຄິ່ງທ້າຍປີ 2023 ແລະ 6 ເດືອນຕົ້ນປີ 2024 ໄດ້ຮັບຜົນປະໂຫຍດອັນໃຫຍ່ຫຼວງຍ້ອນອິນເດຍຢຸດຕິການສົ່ງອອກເຂົ້າ. ປີ 2023, ລາຄາເຂົ້າສານສົ່ງອອກສະເລ່ຍຂອງຫວຽດນາມ ຈະລື່ນກາຍຄູ່ແຂ່ງເພື່ອກາຍເປັນປະເທດນຳໜ້າຂອງໂລກ. ສະເພາະຮອດທ້າຍປີ 2023, ລາຄາສົ່ງອອກເຂົ້າຫັກ 5% ຂອງຫວຽດນາມ ຈະບັນລຸ 653 ໂດລາສະຫະລັດ/ໂຕນ, ເພີ່ມຂຶ້ນເກືອບ 93 ໂດລາສະຫະລັດ ເມື່ອທຽບໃສ່ປະເພດສິນຄ້າດຽວກັນຂອງໄທ, ສູງກວ່າເຂົ້າປະເພດດຽວກັນ 90 ໂດລາສະຫະລັດ/ໂຕນຂອງ ປາກິດສະຖານ. ສຳລັບເຂົ້າຫັກ 25%, ເຂົ້າຫວຽດນາມ ຂາຍໄດ້ 638 ໂດລາສະຫະລັດ/ໂຕນ, ສູງກວ່າສິນຄ້າປະເພດດຽວກັນຂອງໄທ 118 ໂດລາສະຫະລັດ/ໂຕນ ແລະສູງກວ່າ ປາກິດສະຖານ 150 ໂດລາສະຫະລັດ/ໂຕນ.

ໃນ 6 ເດືອນຕົ້ນປີ 2024, ລາຄາເຂົ້າສານສົ່ງອອກສະເລ່ຍຂອງວິສາຫະກິດຫວຽດນາມ ບັນລຸ 653 ໂດລາສະຫະລັດ/ໂຕນ, ເພີ່ມຂຶ້ນ 23,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ...

ຊຸກຍູ້ບັນດາມາດຕະການສົ່ງອອກ

ກ່ຽວກັບມາດຕະການຮັກສາ ແລະເພີ່ມທະວີພັດທະນາການສົ່ງອອກກະສິກຳ, ປ່າໄມ້, ສິນໃນນ້ຳ, ທ່ານ ຟຸ່ງດຶກຕ໊ຽນ ລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດຫວຽດນາມ ແບ່ງປັນວ່າ: ໃນໄຕມາດທີ 2 ປີ 2024, ກະຊວງຈະສຸມໃສ່ຜັນຂະຫຍາຍບັນດາແຜນຮ່າງຊຸກຍູ້ການສົ່ງອອກກະສິກຳ, ປ່າໄມ້, ສິນໃນນ້ຳໄປຍັງບັນດາຕະຫຼາດຈຸດສຸມທີ່ໄດ້ອະນຸມັດຜ່ານແຕ່ທ້າຍປີ 2023 ເຊັ່ນ: ຈີນ, ອາເມລິກາ, ຍີ່ປຸ່ນ ແລະອີຢູ... ຍ້ອນມີສິ່ງດັ່ງກ່າວນັ້ນ, ຕະຫຼາດບໍລິໂພກຜະລິດຕະພັນໄດ້ຮັບການເປີດກວ້າງ, ສົ່ງອອກຜະລິດຕະພັນກະສິກຳ, ປ່າໄມ້, ສິນໃນນ້ຳສືບຕໍ່ຮັກສາທ່າເຕີບໂຕສູງ.

ເພື່ອຮັບປະກັນຊື່ສຽງ, ສ້າງເຄື່ອງໝາຍການຄ້າໃຫ້ຜະລິດຕະພັນກະເສດໄດ້ຄອບຄອງຕະຫຼາດຢູ່ພາຍໃນປະເທດ, ມຸ່ງໄປເຖິງການສົ່ງອອກ, ການນຳຂະແໜງກະສິກຳໃຫ້ຂໍ້ສັງເກດວ່າ: ຕ້ອງສຸມໃສ່ໜູນຊ່ວຍບັນດາທ້ອງຖິ່ນສ້າງລະຫັດເຂດປູກ, ໂຮງງານຫຸ້ມຫໍ່ໃນການປະຕິບັດຕາມຂໍ້ກຳນົດ, ມາດຕະຖານກ່ຽວກັບສຸຂະອະນາໄມ ແລະຄວາມປອດໄພດ້ານສະບຽງອາຫານ, ເພື່ອເພີ່ມມູນຄ່າຜະລິດຕະພັນກະເສດ, ຕອບສະໜອງເງື່ອນໄຂ ແລະຂໍ້ກຳນົດເພື່ອສົ່ງອອກ.

ຕໍ່ກັບສິ່ງທ້າທາຍຂອງຂະແໜງປູກຝັງນັບແຕ່ນີ້ຈົນເຖິງທ້າຍປີ, ການນຳກົມປູກຝັງໃຫ້ຮູ້ຕື່ມອີກວ່າ ຂະແໜງສິນຄ້າໃຫຍ່ເຊັ່ນ: ກາເຟ ແລະໝາກພິກໄທ ຈະບໍ່ໄດ້ຮັບຜົນສະທ້ອນຫຍັງ, ເພາະວ່າປະລິມານສົ່ງອອກໃນລະດູ 2023-2024 ໄດ້ຮັບການເກັບກ່ຽວ. ສະເພາະປະເພດຜະລິດຕະພັນຜັກ ແລະໝາກໄມ້, ຖ້າບໍ່ມີປັດໄຈດິນຟ້າອາກາດ ແລະພະຍາດຜິດປົກກະຕິ, ຈະຮັບປະກັນແຜນການ ແລະເປົ້າໝາຍທີ່ໄດ້ວາງອອກ.

ສ່ວນເຂົ້າສານ, ໃນ 6 ເດືອນຜ່ານມາ, ທົ່ວປະເທດໄດ້ປູກ 5,03 ລ້ານເຮັກຕາ, ເພີ່ມຂຶ້ນ 0,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ເກັບກ່ຽວໄດ້ 3,48 ລ້ານເຮັກຕາ, ເພີ່ມຂຶ້ນ 0,5%; ຜົນຜະລິດສະເລ່ຍ 67,1 ໂຕນ/ເຮັກຕາ, ເພີ່ມຂຶ້ນ 0,7 ໂຕນ/ເຮັກຕາ; ຜົນຜະລິດຈາກເນື້ອທີ່ເກັບກ່ຽວແມ່ນ 23,3 ລ້ານໂຕນ, ເພີ່ມຂຶ້ນ 1,6%... ນີ້ແມ່ນສະຖານທີ່ສໍາລັບການເຕີບໂຕແບບຍືນຍົງຈາກປີ 2023 ຂອງປະເພດສິນຄ້າກະສິກໍາ, ປ່າໄມ້, ສິນໃນນ້ຳທີ່ສໍາຄັນ.

ໃນເຄິ່ງທ້າຍປີ 2024, ກົມປູກຝັງຈະສຸມໃສ່ຊີ້ນຳການຜະລິດເຂົ້າລະດູຮ້ອນ-ລະດູໜາວໃຫ້ສອດຄ່ອງກັບການຜັນແປຂອງດິນຟ້າອາກາດ ແລະຕະຫຼາດ, ຮັບປະກັນການບໍລິໂພກຢູ່ພາຍໃນປະເທດ ແລະການສົ່ງອອກ, ຮັບປະກັນໃຫ້ບັນລຸເປົ້າໝາຍທີ່ໄດ້ວາງອອກ, ໃນນັ້ນ ມີເປົ້າໝາຍພັດທະນາຕະຫຼາດຢ່າງແຂງແຮງ, ລົບລ້າງສິ່ງກີດຂວາງ, ອຳນວຍຄວາມສະດວກໃຫ້ແກ່ການບໍລິໂພກ.

ໂດຍ: ໄຊນີດາ