leftcenterrightdel
ສະຖານີ radar 3D ຍຸດທະວິທີ S VRS-SRS ຂອງກຸ່ມບໍລິສັດອຸດສາຫະກໍາ-ເຕັກໂນໂລຢີສູງ Viettel ຕັ້ງຢູ່ເຂດອຸດສາຫະກໍາເຕັກໂນໂລຢີຮ່ວາລາກ (ຮ່າໂນ້ຍ). ພາບ: ທຸເຮືອງ

ພາຍໃຕ້ການຊີ້ນໍາຂອງຂັ້ນເທິງ, ນັບແຕ່ປີ 2018, ຖັນແຖວຜູ້ຊ່ຽວຊານຂອງ VHT ໄດ້ເລີ່ມຕົ້ນການຄົ້ນຄວ້າ radar 3D. ພາຍຫຼັງຄົ້ນຄວ້າ ແລະການພັດທະນາເປັນ 2 ກວ່າປີ, VHT ໄດ້ເປັນເຈົ້າຂອງເຕັກໂນໂລຢີຫຼັກທັງໝົດຂອງ radar ທີ່ທັນສະໄຫມທີ່ສຸດຢູ່ໂລກໃນເວລານັ້ນ, ການຜະລິດສະຖານີ radar 3D ຍຸດທະວິທີ S VRS-SRS ສໍາເລັດຜົນ.  ສະຖານີ radar 3D ນໍາໃຊ້ເຕັກໂນໂລຢີເສົາອາກາດເອເລັກໂຕນິກທີ່ທັນສະໄຫມ, ສາມາດຄົ້ນພົບເປົ້າໝາຍຂະຫນາດນ້ອຍ ເຊັ່ນ UAV, ລູກສອນໄຟໃນລະດັບຕ່ໍາດ້ວຍຄວາມຊັດເຈນສູງ. ຄຽງຂ້າງນັ້ນ, ສະຖານີສາມາດຈໍາແນກເປົ້າໝາຍບິນໃນລະດັບແຕກຕ່າງກັນ ແລະໄດ້ອອກແບບ Module, ການແກ້ອອກ ແລະປະກອບງ່າຍ, ສາມາດຂົນສົ່ງ ແລະຜັນຂະຫຍາຍຢູ່ເຂດຕົວເມືອງ ກໍ່ຄືຢູ່ເຂດພູມສັນຖານທຸລະກັນດານໄດ້ພິເສດ, ສະຖານີຮັບປະກັນຄວາມລັບສູງເນື່ອງຈາກໄດ້ປະກອບເຕັກໂນໂລຢີຕ້ານການສືບຂ່າວເອເລັກໂຕນິກທີ່ທັນສະໄໝ; ອະນຸຍາດໃຫ້ເຄື່ອນໄຫວຢ່າງຕໍ່ເນື່ອງ 24/7, ໃນໄລຍະ 20 ກວ່າປີ.

ເພື່ອສາມາດຄົ້ນຄວ້າ ແລະຜະລິດສະຖານີ radar 3D ສຳເລັດຜົນ, ບັນດາຜູ້ຊ່ຽວຊານ VHT ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ໃນຂະບວນການຄົ້ນຄວ້າ. ສະຫາຍ ເຈິ່ນຮວ່າງຫວຽດ, ຫົວໜ້າພະແນກເຕັກໂນໂລຢີເສົາອາກາດ, ສູນ Radar (VHT), ແບ່ງປັນວ່າ: ໃນຂະບວນການຄົ້ນຄວ້າ, ພວກເຮົາໄດ້ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງນັບແຕ່ປັດໄຈເຕັກນິກ, ວັດຖຸອຸປະກອນຈົນເຖິງຊັບພະຍາກອນມະນຸດ. ຕົວຢ່າງຄື, ໃນປີ 2019 ແລະ 2020, ໃນຂະນະທີ່ພະຍາດໂຄວິດ-19 ພວມແຜ່ລະບາດ ໜ່ວຍຄົ້ນຄວ້າພວມປັບປຸງ radar 3D ລຸ້ນທຳອິດໃຫ້ສຳເລັດນັ້ນຂັ້ນເທິງກໍ່ສັ່ງຊຸດ radar 3D ເວລານັ້ນ, ຄົນງານຂອງ VHT ຍັງຂາດ ແລະບັນດາໂຮງງານຕ່າງປະເທດທີ່ສະໜອງວັດຖຸອຸປະກອນໃຫ້ແກ່ການຄົ້ນຄວ້າ ແລະຜະລິດຍັງຈຳກັດ. ດັ່ງນັ້ນ, ມີວັດຖຸບາງຢ່າງເມື່ອພວກຂ້າພະເຈົ້າຄົ້ນຄວ້າແມ່ນມີຢູ່, ແຕ່ເມື່ອຜະລິດພັດບໍ່ມີອີກ, ສະນັ້ນ ການປ່ຽນວັດຖຸເຄື່ອງອາໄຫຼ່ໃໝ່ຈະຮັບປະກັນຄຸນນະພາບບໍ?  ຮັບປະກັນພາລະບົດບາດບໍ? ເວລານັ້ນ ພວກຂ້າພະເຈົ້າໄດ້ສຸມໃສ່ປ່ຽນການອອກແບບ ແລະລໍຖ້າວັດຖຸສົ່ງມາ ເພື່ອທົດລອງ, ຜະລິດໃຫ້ທັນເວລາ. ໂຊກດີຫຼາຍ, ດ້ວຍຄວາມມານະພະຍາຍາມຂອງຖັນແຖວຜູ້ຊ່ຽວຊານການອອກແບບນີ້ ໄດ້ຮັບຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ”.

ຄວາມຫຍຸ້ງຍາກຕໍ່ໄປແມ່ນການອອກແບບລະບົບຮຽກຮ້ອງໃຫ້ມີການຄິດໄລ່ຫຼາຍ, ນອກຈາກດ້ານເຕັກນິກ, ຄວາມທົນທານກໍ່ແມ່ນປັດໃຈທີ່ສຳຄັນ  ແລະການເລືອກເອົາວັດຖຸຊິ້ນສ່ວນຍ່ອຍຕ້ອງຮັບປະກັນທັງສອງປັດໄຈຂ້າງເທິງ. ນອກຈາກນັ້ນ, ຫຼັງຈາກການຜະລິດສໍາເລັດ, ຕ້ອງຜ່ານການກວດກາຫຼາຍຢ່າງທີ່ກ່ຽວຂ້ອງເຖິງສະພາບແວດລ້ອມ ເຊັ່ນການສັ່ນສະເທືອນ, ຊ໊ອກ ແລະຄວາມຊຸ່ມ. ດັ່ງນັ້ນ, VHT ຕ້ອງລົງທຶນຫຼາຍລະບົບທີ່ສາມາດກວດປັດໄຈເຫຼົ່ານັ້ນໄດ້. ເມື່ອປຽບທຽບກັບສະຖານີ radar 3D ຍຸດທະວິທີຂອງບໍລິສັດຕ່າງປະເທດແຖວໜ້າໃນການຜະລິດ radar ນັ້ນ, ສະຖານີ radar ໂດຍ VHT ຄົ້ນຄວ້າມີຄາດໝາຍເທົ່າກັນ, ຊ້ຳບໍ່ໜຳຍັງລື່ນກາຍອີກເຊັ່ນ: ຄວາມສາມາດຄົ້ນພົບເປົ້າຫມາຍ ເຮລິກອັບເຕີ ໄກກວ່າທົບ 1,6 ເທົ່າ, ຄວາມຊັດເຈນແມ່ນດີກວ່າທົບ 2 ເທົ່າ...

ເລື່ອງເປັນເຈົ້າການເຕັກໂນໂລຢີຜະລິດ radar 3D  ຂອງ Viettel ແມ່ນປະຖົມປັດໄຈ ເພື່ອໃຫ້ຫວຽດນາມ ພັດທະນາຍຸດໂທປະກອນການທະຫານທີ່ກ້າວໜ້າ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານການສູ້ຮົບທີ່ມີດ້ວຍຫຼາຍຮູບຫຼາຍແບບຂອງກອງທັບ, ເຊັ່ນ: radar 3D ປ້ອງກັນອາກາດໄລຍະກາງ, ສະຖານີ radar 3D ເຄື່ອນທີ່ຝັ່ງທະເລໄລຍະກາງ, ກຸ່ມສືບຂ່າວບັງຄັບພາຫະນະບິນບໍ່ມີຄົນຂັບໄລຍະໃກ້, ກຸ່ມປືນໃຫຍ່ປ້ອງກັນອາກາດ 57mm... ໂຄງການ “ຄົ້ນຄວ້າ, ຜະລິດ radar 3D ຍຸດທະວິທີ S VRS-SRS” ຫວ່າງແລ້ວນີ້ໄດ້ຮັບລາງວັນໄວໜຸ່ມປະດິດຄິດສ້າງໃນກອງທັບ ຄັ້ງທີ 24 (ປີ 2024) ໃຫ້ Viettel. ຜົນສຳເລັດຂອງໂຄງການບໍ່ພຽງແຕ່ໄດ້ປະຢັດເງິນນັບພັນຕື້ດົ່ງ ໃຫ້ປະເທດເທົ່ານັ້ນ, ຫາກຍັງປະກອບສ່ວນສຳຄັນເຂົ້າໃນການພັດທະນາອຸດສາຫະກຳປ້ອງກັນຊາດ, ປະກອບສ່ວນປັບປຸງກອງທັບໃຫ້ທັນສະໄໝ, ຍົກສູງຖານະບົດບາດຂອງຫວຽດນາມ ໃນເວທີສາກົນ.

ໂດຍ: ໄຊນີດາ