ລາຍການດັ່ງກ່າວໄດ້ຮັບການລິເລີ່ມຂຶ້ນໂດຍສະມາຄົມນັກສຶກສາຫວຽດນາມ ປະຈໍາ ລັດເຊຍ, ພາຍໃຕ້ການຊີ້ນຳຂອງສະຖານທູດຫວຽດນາມ ປະຈໍາ ລັດເຊຍ. ປະຈຸບັນ, ລາຍການດັ່ງກ່າວມີຫ້ອງຮຽນພາສາຫວຽດ 3 ຫ້ອງ, ມີນັກຮຽນເກືອບ 40 ຄົນທີ່ມີອາຍຸແຕ່ 6 ຫາ 12 ປີ, ເຊິ່ງແມ່ນລູກຫຼານຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ ລັດເຊຍ. ພາຍຫຼັງ 1 ປີແຫ່ງການເຄື່ອນໄຫວ, ລາຍການໄດ້ຊ່ວຍຍົກສູງລະດັບພາສາຫວຽດ ໃຫ້ນັກຮຽນ, ຊ່ວຍພວກນ້ອງມີການພົບປະສື່ສານ, ພົວພັນແລກປ່ຽນຢ່າງມີຄວາມໝັ້ນໃຈກວ່າ, ເຂົ້າໃຈວັດທະນະທຳຫວຽດນາມກວ່າ, ປະກອບສ່ວນສະໜິດຕິດພັນປະຊາຄົມຊາວຫວຽດນາມ ອາໄສຢູ່ ລັດເຊຍ.

leftcenterrightdel
ພາບປະກອບຄັດຈາກ: nhandan.vn

ທ່ານ ເລຮີ່ງດຶ໊ກ ປະທານສະມາຄົມນັກສຶກສາຫວຽດນາມ ປະຈໍາ ລັດເຊຍ ໄດ້ແບ່ງປັນກັບນັກຂ່າວສໍານັກຂ່າວສານ Sputnik ວ່າ: “ພວກຂ້າພະເຈົ້າ ເຫັນໄດ້ຄວາມຕ້ອງການອັນໃຫຍ່ຫຼວງໃນການຮໍ່າຮຽນ ແລະພົບປະສື່ສານ, ພົວພັນແລກປ່ຽນເປັນພາສາຫວຽດ ຢູ່ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ເຂົາເຈົ້າຢາກສອນ ແລະເວົ້າພາສາຫວຽດ ກັບລູກເພື່ອຮັກສາພາສາຫວຽດ, ຕົວໜັງສືຫວຽດ ແລະເຊື້ອຊາດຫວຽດໄວ້ຢູ່ໃນຄອບຄົວ. ຈຸດພິເສດຂອງລາຍການ “ພາສາຫວຽດມ່ວນ” ຖັນແຖວຄູສອນຕົ້ນຕໍແມ່ນນັກສຶກສາຫວຽດນາມ ທີ່ພວມຮໍ່າຮຽນຢູ່ຂະແໜງສ້າງຄູ, ພາສາຢູ່ລັດເຊຍ. ສິ່ງດັ່ງກ່າວບໍ່ພຽງແຕ່ສ້າງກາລະໂອກາດໃຫ້ນັກສຶກສາຝຶກຫັດທັກສະການສອນເທົ່ານັ້ນ ຫາກຍັງນຳເອົາບັນຍາກາດຂອງໄວໜຸ່ມ ແລະຄວາມຂະຫຍັນຂັນເຄື່ອນມາສູ່ຫ້ອງຮຽນອີກດ້ວຍ”.

ໂດຍ: ເຈິ່ນຮວ່ຽນ