ຕອນບ່າຍວັນທີ 6 ກໍລະກົດ, ທີ່ການປະຊຸມຂ່າວຂອງລັດຖະບານປະຈຳເດືອນ 6, ທ່ານ ເຈິ່ນກ໊ວກເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ ໃຫ້ຮູ້ວ່າ: ຍອດຈຳນວນເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ໄດ້ຈົດທະບຽນໃນ 6 ເດືອນ ບັນລຸເກືອບ 15,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນຫຼາຍກວ່າ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຫຼາຍໂຄງການ FDI ຂະຫນາດໃຫຍ່ໃນຂົງເຂດ ເຄິ່ງຊັກນໍາໄຟຟ້າ, ເອເລັກໂຕນິກ, ພະລັງງານ ... ໄດ້ຮັບການລົງທຶນໃຫມ່ ແລະເປີດກວ້າງດການເພີ່ມທຶນ.

ສຳລັບແງ່ຫວັງໃນ 6 ເດືອນທ້າຍປີ 2024, ທ່ານຮອງລັດຖະມົນຕີ  ໃຫ້ຮູ້ວ່າ, ຫຼາຍອົງການການເງິນສາກົນຕີລາຄາສູງມີຄວາມປະເອີບໃຈຕໍ່ການດຶງດູດ FDI ຂອງຫວຽດນາມ ຍ້ອນ 3 ປັດໄຈ ຄື: ຍຸດທະສາດສະໜອງການລົງທຶນມີຄວາມຫຼາກຫຼາຍ; ການເຕີບໂຕດ້ານເສດຖະກິດຂອງຫວຽດນາມ ມີແງ່ຫວັງຫຼາຍຢ່າງ, ສົ່ງຜົນກະທົບຕັ້ງໜ້າເຖິງຍຸດທະສາດການລົງທຶນຂອງບັນດານັກລົງທຶນ ແລະປັດໄຈພື້ນຖານ. ການດຶງດູດ FDI ປີນີ້ອາດຈະບັນລຸໄດ້ 39 – 40 ຕື້ໂດລາສະຫະລັດ.

leftcenterrightdel
ທ່ານ ເຈິ່ນວັນເຊີນ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ, ໂຄສົກລັດຖະບານໄດ້ເປັນປະທານກອງປະຊຸມຂ່າວ. ພາບ: VGP

ກ່ຽວກັບເປົ້າໝາຍການເຕີບໂຕດ້ານເສດຖະກິດໝົດປີ, ກະຊວງແຜນການ ແລະການລົງທຶນໄດ້ສ້າງສອງແຜນການເຕີບໂຕ ເພື່ອຍື່ນສະເໜີຕໍ່ລັດຖະບານ. ແຜນການທີ 1: ການເຕີບໂຕໝົດປີບັນລຸ 6.5%. ແຜນການທີ 2: ການເຕີບໂຕໝົດປີບັນລຸ 7%. ກະຊວງແຜນການ ແລະການລົງທຶນ ໄດ້ສະເໜີໃຫ້ລັດຖະບານເລືອກເອົາແຜນການເຕີບໂຕໝົດປີແຕ່ 6,5-7%, ສູ້ຊົນໃຫ້ບັນລຸລະດັບສູງ 7%.

ຂໍ້ມູນທີ່ການປະຊຸມຂ່າວ, ທ່ານລັດຖະມົນຕີ, ປະທານຫ້ອງວ່າການລັດຖະບານ ໃຫ້ຮູ້ວ່າ: ຫຼາຍອົງການ, ນັກຊ່ຽວຊານສາກົນສືບຕໍ່ຕີລາຄາສູງບັນດາໝາກຜົນ ແລະແງ່ຫວັງຂອງເສດຖະກິດຫວຽດນາມ. ທະນາຄານພັດທະນາອາຊີ (ADB), Standard Chartered, HSBC ຄາດຄະເນວ່າ GDP ຂອງຫວຽດນາມໃນປີນີ້ຈະເຕີບໂຕປະມານ 6%. ກອງທຶນເງິນຕາສາກົນ (IMF) ຕີລາຄາຫວຽດນາມ ວ່າ ເປັນຜູ້ຕາງໜ້າອາຊີຕາເວັນອອກສ່ຽງໃຕ້ໄດ້ເຂົ້າໃນທອັບ 10 ດ້ວຍການຄາດຄະເນການເຕີບໂຕ 6,4% ໃນໄລຍະ 2024 – 2029; ອັນດັບສະພາບແວດລ້ອມໃນການເຮັດທຸລະກິດເພີ່ມຂຶ້ນ 12 ອັນດັບ; ດັດຊະນີປ່ຽນແປງໃໝ່ທົ່ວໂລກເພີ່ມຂຶ້ນ 2 ອັນດັບ.

ໂດຍ: ໄຊນີດາ