leftcenterrightdel
ນັກສຶກສາອາສາສະໝັກຈາກມະຫາວິທະຍາໄລ ແລະວິທະຍາໄລຕ່າງໆມີຄວາມຕື່ນເຕັ້ນ, ພາກພູມໃຈກ່ອນເວລາອອກເດີນທາງ. ພາບ: vov.vn

ທີ່ພິທີ, ຕາງໜ້າຄະນະຊາວໜຸ່ມ, ນັກສຶກສານະຄອນຮ່າໂນ້ຍ, ຂ້າພະເຈົ້າສະເໜີບັນດາກະຊວງ, ສະມາຊິກສະຫະພັນບັນດາຖັນແຖວນັກຮົບອາສາສະໝັກນະຄອນຫຼວງປະຕິບັດທິດນໍາຂອງບັ້ນຮົບຢ່າງເຂັ້ມງວດ, ປອດໄພ, ມີປະສິດທິຜົນ. ອາສາສະໝັກແຕ່ລະຄົນຈົ່ງສະແດງຄວາມຄາດຫວັງຢາກອຸທິດຕົນ, ເສີມຂະຫຍາຍທ່າແຮງຂອງນັກສຶກສານະຄອນຫຼວງ ແລະຮັກສາມູນເຊື້ອຂະບວນການ “ສາມກຽມພ້ອມ” ໃຫ້ຖືກກັບຄໍາສັ່ງສອນຂອງປະທານໂຮ່ຈີມິນ ສໍາລັບທຸກວຽກງານ, ຊາວໜຸ່ມນະຄອນຫຼວງຕ້ອງເປັນແບບຢ່າງໃຫ້ຊາວໜຸ່ມທົ່ວປະເທດ.

ປີນີ້, ບັ້ນຮົບມີການເຂົ້າຮ່ວມຂອງ 339 ທີມອາສາສະໝັກທີ່ຜັນຂະຫຍາຍຢູ່ 31 ແຂວງ, ນະຄອນ, ໃນນັ້ນມີ 70 ທີມຂັ້ນນະຄອນປະຕິບັດອາສາສະໝັກຢູ່ 7 ແຂວງ (ລວມມີ ທ໊າຍບິ່ງ, ຮວ່າບິ່ງ, ຮ່່ານາມ, ຕວຽນກວາງ, ລ້າງເຊີນ, ທ໊າຍງວຽນ, ບັກກ້ານ). ມີອາສາສະໝັກທັງໝົດກວ່າ 16 ພັນຄົນ.

ໂດຍ: ໄຊນີດາ