leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ກອງປະຊຸມກຸ່ມປະຕິບັດງານຄັ້ງນີ້ແມ່ນໂອກາດເພື່ອໃຫ້ບັນດານັກຊ່ຽວຊານ, ນັກວິຊາການຂອງບັນດາປະເທດອາຊຽນ ແລະສປ ຈີນ ພ້ອມກັນປຶກສາຫາລື, ແບ່ງປັນ ແລະຍົກມາດຕະການແກ້ໄຂຍຸດທະສາດອອກເພື່ອສ້າງເງື່ອນໄຂໃຫ້ບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງເລິກເຊິ່ງກວ່າໃນລະບົບຕ່ອງໂສ້ການສະໜອງ, ຊຸກຍູ້ການຜະລິດ ແລະບໍລິໂພກສິນຄ້າ.

ໃນມື້ທຳອິດ, ບັນດາຜູ້ແທນໄດ້ນຳສະເໜີ 11 ບົດປະກອບຄຳເຫັນ, ໂດຍສຸມໃສ່ວິເຄາະທ່າອ່ຽງໃໝ່ຂອງການຫັນປ່ຽນລະບົບຕ່ອງໂສ້ອຸດສາຫະກຳ ແລະຕ່ອງໂສ້ການສະໜອງທົ່ວໂລກ, ພ້ອມທັງຕີລາຄາຜົນກະທົບຕໍ່ເສດຖະກິດຈີນ ແລະບັນດາປະເທດອາຊຽນ; ຜ່ານນັ້ນ, ພ້ອມກັນແລກປ່ຽນ ແລະປຶກສາຫາລືກ່ຽວກັບກາລະໂອກາດ ແລະສິ່ງທ້າທາຍວາງອອກໃຫ້ບັນດາປະເທດອາຊຽນ ແລະຈີນ ໃນສະພາບການໃໝ່, ຍົກອອກບາງຂໍ້ສະເໜີແນະຈຳນວນໜຶ່ງ ເພື່ອສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງ 2 ຝ່າຍ. ການເຮັດວຽກໃນມື້ຕໍ່ມາ, ບັນດາຜູ້ແທນຈະໄປສຳຫຼວດທ່າກຳປັ່ນດ່ານັງ ແລະແລກປ່ຽນກ່ຽວກັບບັນດາກາລະໂອກາດຮ່ວມມືໃນຂົງເຂດຄົມມະນາຄົມຂົນສົ່ງ, logistics , ນໍາເຂົ້າ-ສົ່ງອອກລະຫວ່າງອາຊຽນ ແລະຈີນ.

ໂດຍ: ໄຊນີດາ