ວັນທີ 26 ມິຖຸນາ, ກອງທຶນເງິນຕາສາກົນ (IMF) ໃຫ້ຮູ້ວ່າ ການເຕີບໂຕດ້ານເສດຖະກິດຂອງຫວຽດນາມ ຄາດວ່າ ບັນລຸເກືອບ 6%ໃນປີ 2024 ໂດຍໄດ້ຮັບການໜູນຊ່ວຍຈາກຄວາມຕ້ອງການສາກົນ, ການລົງທຶນຕ່າງປະເທດມີສະຖຽນລະພາບ ແລະບັນດານະໂຍບາຍດັດສົມ.

IMF ໃຫ້ຂໍສັງເກດວ່າ ການສົ່ງອອກແມ່ນກຳລັງໜູນຫຼັກຂອງພື້ນຖານເສດຖະກິດ, ອາດຈະຫຼຸດລົງຖ້າການເຕີບໂຕທົ່ວໂລກບໍ່ໄດ້ຄືຄວາມຫວັງ, ຄວາມເຄັ່ງຕຶງດ້ານພູມສາດການເມືອງທົ່ວໂລກແກ່ຍາວ ຫຼື ການຂັດແຍ້ງກັນທາງການຄ້າເພີ່ມຂຶ້ນ.

leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ

ຕາມ IMF ແລ້ວ, ບັນດາບັນຫາຂອງຕະຫຼາດອະສັງຫາລິມະຊັບ ແລະຕະຫຼາດພັນທະບັດວິສາຫະກິດອາດຈະກໍ່ຜົນກະທົບຢ່າງແຮງກວ່າການຄາດຄະເນ ຕໍ່ຄວາມສາມາດສະໜອງສິນເຊື່ອຂອງບັນດາທະນາຄານ. ດ້ວຍນະໂຍບາຍເງິນຕາທີ່ໄດ້ໂຍະຍານ, ຄວາມກົດດັນຈາກອັດຕາແລກປ່ຽນເງິນຕາຕ່າງປະເທດທີ່ ແກ່ຍາວກ່ວານັ້ນ ຈະກໍຜົນກະທົບເຖິງໄພເງິນເຟີ້ພາຍໃນປະເທດ.

ໂດຍ: ກວຽດເຕິມ