ນີ້ແມ່ນການພົບປະເຈລະຈາດ້ານເສດຖະກິດຄັ້ງທຳອິດລະຫວ່າງຫວຽດນາມ ແລະອາເມລິກາ ດ້ວຍຄວາມໝາຍສຳຄັນທີ່ສຸດ ເພື່ອຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດເວົ້າລວມ, ໃນນັ້ນ ມີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ.

leftcenterrightdel
ທ່ານ ຫງວຽນຈີ໊ຢຸງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ແລະບັນດາຜູ້ແທນເຂົ້າຮ່ວມການພົບປະເຈລະຈາດ້ານເສດຖະກິດຫວຽດນາມ - ອາເມລິກາ ຄັ້ງທຳອິດ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະເຈລະຈາ, 2 ຝ່າຍໄດ້ແລກປ່ຽນຢ່າງກົງໄປກົງມາ ເພື່ອແນໃສ່ວາງອອກບັນດາມາດຕະການລະອຽດໃນ 5 ຂົງເຂດ, ໃນນັ້ນມີການຮ່ວມມືກໍ່ສ້າງລະບົບນິເວດເຕັກໂນໂລຊີເຄິ່ງຊັກນຳໄຟຟ້າ; ການຮ່ວມມືດ້ານພະລັງງານ ແລະແຮ່ທາດທີ່ຫຼັກແຫຼ່ງ; ການຮ່ວມມືດ້ານສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ; ຊຸກຍູ້ການດຶງດູດ ແລະຮັກສາການລົງທຶນທີ່ມີຄຸນນະພາບສູງ, ຄວບຄຸມການສົ່ງອອກຍຸດທະສາດ;...

leftcenterrightdel
ທ່ານຮອງລັດຖະມົນຕີການຕ່າງປະເທດ Jose Fernandez ແລະບັນດາຜູ້ແທນເຂົ້າຮ່ວມການພົບປະເຈລະຈາດ້ານເສດຖະກິດຫວຽດນາມ - ອາເມລິກາ ຄັ້ງທຳອິດ. ພາບ: ສໍານັກຂ່າວສານຫວຽດນາມ

ການພົບປະເຈລະຈາດ້ານເສດຖະກິດລະຫວ່າງສອງປະເທດບັນລຸໄດ້ໝາກຜົນລະອຽດ, ໂດຍສະເພາະແມ່ນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງລະບົບນິເວດເຄິ່ງຊັກນຳໄຟຟ້າ. 2 ຝ່າຍກໍ່ເຫັນດີເປັນເອກະພາບຕໍ່ບັນດາມາດຕະການລະອຽດ, ເພື່ອເປັນພື້ນຖານຊຸກຍູ້ການຜັນຂະຫຍາຍ. ໝາກຜົນຂອງການພົບປະເຈລະຈາເສດຖະກິດຫວຽດນາມ - ອາເມລິກາ ຄັ້ງທີ 1 ໄດ້ຕອບສະໜອງເປົ້າໝາຍຊຸກຍູ້ການພັດທະນາການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດພາຍຫຼັງຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ, ພິເສດແມ່ນໃນຂົງເຂດເສດຖະກິດ.

ຍິ່ງໄປກວ່ານັ້ນ, ການພົບປະເຈລະຈາຄັ້ງນີ້ໄດ້ສ້າງປະຖົມປັດໄຈເປີດກວ້າງການຮ່ວມມືລະຫວ່າງສອງປະເທດໃນຂົງເຂດອື່ນໆ. 2 ຝ່າຍໄດ້ເຫັນດີດຳເນີນການພົບປະເຈລະຈາດ້ານເສດຖະກິດຫວຽດນາມ - ອາເມລິກາ ຄັ້ງທີ 2 ຢູ່ ຮ່າໂນ້ຍ ໃນປີ 2025.

ໃນການໄປປະຕິບັດງານຢູ່ອາເມລິກາ ຄັ້ງນີ້, ທ່ານລັດຖະມົນຕີກະຊວງແຜນການ ແລະການລົງທຶນ ຫງວຽນຈີ໊ຢຸງ ໄດ້ມີການເຮັດວຽກກັບບັນດາກຸ່ມບໍລິສັດເຕັກໂນໂລຊີແຖວໜ້າຂອງອາເມລິກາ ກ່ຽວກັບປ່ຽນແປງໃໝ່ປະດິດສ້າງ, ເຄິ່ງຊັກນຳໄຟຟ້າ ແລະປັນຍາປະດິດ.

ໂດຍ: ທະນາພອນ