ກ່າວຄຳເຫັນທີ່ເຫດການ, ທ່ານປະທານ VUFO  ຢືນຢັນວ່າ ທ່ານນາງ Ann Mawe ເອກອັກຄະລັດຖະທູດຊູແອັດ ໄດ້ມີການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈ, ນໍ້າໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດ, ຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງແຂງແຮງ.

leftcenterrightdel
ທ່ານ ຟານແອງເຊີນ  ປະທານ VUFO ປະດັບຫຼຽນກາລະນຶກໃຫ້ທ່ານນາງ Ann Mawe ເອກອັກຄະລັດຖະທູດຊູແອັດ ປະຈຳ ຫວຽດນາມ. ພາບ: qdnd.vn

ຂອບໃຈອົງການ VUFO ທີ່ໄດ້ໃຫ້ການສະໜັບສະໜູນ ແລະໃຫ້ການຮ່ວມມືຢ່າງມີປະສິດທິຜົນ, ທ່ານນາງເອກອັກຄະລັດຖະທູດ  ສະແດງຄວາມປິຕິຊົມຊື່ນກ່ຽວກັບການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະຊູແອັດ ທີ່ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ, ນຳເອົາຜົນປະໂຫຍດແທດຈິງມາໃຫ້ປະຊາຊົນສອງປະເທດ. ທ່ານນາງເອກອັກຄະລັດຖະທູດ  ຢືນຢັນວ່າ ບໍ່ວ່າຈະດຳລົງຕຳແໜ່ງໃດກໍ່ຕາມ, ທ່ານນາງ ກໍ່ຈະສືບຕໍ່ເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອເພີ່ມພູນຄູນສ້າງສາຍພົວພັນລະຫວ່າງ 2 ປະເທດ.

ໂດຍ: ທະນາພອນ