ລະບົບຊີວະມິຕິ (biometrics) Viettel eKYC ຄົ້ນພົບບັນດາການກະທໍາສໍ້ໂກງດ້ວຍການປອມຕົວໃບໜ້າ 2D, 3D ຢ່າງເດັດຂາດ. ລະບົບນີ້ ໂດຍສູນບໍລິການຂໍ້ມູນ ແລະປັນຍາປະດິດ Viettel (Viettel AI) ພັດທະນາ. ຕາມການຕີລາຄາ, Viettel eKYC ໄດ້ຮັບການຕີລາຄາແມ່ນບັນລຸລະດັບຊັດເຈນຢ່າງເດັດຂາດຕໍ່ໜ້າບັນດາຮູບການປອມຕົວ 2D ແລະ 3D, ເຊິ່ງບໍ່ສາມາດຫຼົງລືມລະຫວ່າງໃບໜ້າຜູ້ນໍາໃຊ້ ແລະບັນດາຮູບການປອມຕົວອື່ນ, ຮັບປະກັນຄວາມປອດໄພຕ້ານການປອມຕົວຊີວະມິຕິໃບໜ້າ.

ຢູ່ລະດັບ 1, ບັນດາລະບົບຊີວະມິຕິ ສາມາດຄົ້ນພົບບັນດາກໍລະນີປອມ 2D ໂດຍພື້ນຖານ ຄື: ຖ່າຍຮູບໃບໜ້າຜ່ານໜ້າຈໍ່, ໃບໜ້າພິມໃນເຈ້ຍ, ໃບໜ້າພິມໃນບັດ... ໃນຂະນະນັ້ນ, ບັນດາລະບົບຊີວະມິຕິ ບັນລຸລະດັບ 2, ຄື: Viettel eKYC ສາມາດຄົ້ນພົບບັນດາກໍລະນີສໍ້ໂກງທີ່ແນບນຽນກວ່າແບບ 3D ຄື ໜ້າກາກ silicon, ໃບໜ້າຟື້ນຟູດ້ວຍເຄື່ອງສະແກນສະເພາະ,  video deepfake... ແລະພ້ອມແລ້ວທີ່ຈະຮັບມືກັບບັນດາກໍລະນີສໍ້ໂກງຊີວະມິຕິ ທີ່ມີລະດັບສັບສົນກວ່າ.

leftcenterrightdel
ລະບົບຮັບຮູ້ໃບໜ້າ - Viettel eKYC. ພາບ: ເຈິ່ນທໍ້.

ທ່ານ ຫງວຽນແມ້ງກຸ໋ຍ ຫົວໜ້າສູນບໍລິການຂໍ້ມູນ ແລະປັນຍາປະດິດ Viettel (Viettel AI)  ໃຫ້ຮູ້ວ່າ “Viettel ໃຫ້ຄໍາໝັ້ນສັນຍາຈະຄົ້ນຄວ້າ ແລະພັດທະນາບັນດາເຕັກໂນໂລຊີທັນສະໄໝທີ່ສຸດໃນຂົງເຂດປັນຍາປະດິດ ເພື່ອຊ່ວຍບັນດາວິສາຫະກິດ ແລະປະຊາຊົນ ເຂົ້າເຖິງບັນດາມາດຕະການທີ່ມີປະໂຫຍດ, ໃນນັ້ນມີການຢັ້ງຢືນ ແລະກໍານົດຊື່ລູກຄ້າເອເລັກໂຕນິກ-ບໍລິການສໍາຄັນທີ່ໄດ້ ນໍາໃຊ້ໃນຫຼາຍບໍລິການດີຈີຕອນ”.

Viettel ແມ່ນຄູ່ຮ່ວມມືທາງການຂອງກະຊວງຕໍາຫຼວດ ໃນການສະໜອງບໍລິການຢັ້ງຢືນບັດປະຈໍາຕົວຊິບ. Viettel eKYC ເຊື່ອມຕໍ່ກັບພື້ນຖານຂໍ້ມູນແຫ່ງຊາດ ກ່ຽວກັບບັດປະຈໍາຕົວໃນວິວັດການຢັ້ງຢືນ ແລະກໍານົດຊື່ເອເລັກໂຕນິກ, ກວດກາແບບອັດຕະໂນມັດ, ຄົ້ນພົບ ແລະສະກັດກັ້ນທຸກກໍລະນີປອມຕົວ ຫຼື ສໍ້ໂກງຊີວະມິຕິ ພຽງໃນສອງສາມວິນາທີເທົ່ານັ້ນດ້ວຍຄວາມຊັດເຈນສູງ.

Viettel eKYC ພວມໄດ້ຮັບການນໍາໃຊ້ໃນວິຊາສະເພາະຕ່າງໆ ຄື: ການອອກລາຍເຊັນດີຈີຕອນ. ເຊັນສັນຍາເອເລັກໂຕນິກ; ໄລ່ຄ່າແຮງງານດ້ວຍໃບໜ້າ; ຄວບຄຸມຄວາມປອດໄພດ້ວຍໃບໜ້າ; ເປີດບັນຊີ, ອອກບັດ, ປະເມີນຜົນ ແລະປະເມີນບ້ວງເງິນກູ້ຢືມໃຫ້ແກ່ຫຼາຍທະນາຄານ; ຄວບຄຸມການສໍ້ໂກງ, ຫຼອກລວງໃນສິນເຊື່ອ; ກໍານົດຊື່ລູກຄ້າ, ຢັ້ງຢືນລູກຄ້າໃນປະກັນໄພ ແລະໂທລະຄົມ... ແຕ່ປີ 2020 ມາຮອດປັດຈຸບັນ, ບໍລິການຢັ້ງຢືນ ແລະກໍານົດຊື່ເອເລັກໂຕນິກ Viettel eKYC ໄດ້ຮັບການປະມວນໃນລະບົບຂອງຫຼາຍວິສາຫະກິດ ເຊິ່ງໄດ້ຊ່ວຍຫຼຸດຜ່ອນເອກະສານກວ່າ 80% ແລະປະຢັດເວລາໄດ້ກວ່າ 70% ເພື່ອສໍາເລັດລະບຽບການ. 

ນອກຈາກນີ້, Viettel eKYC ຍັງແມ່ນ platform ຢັ້ງຢືນຊີວະມິຕິຂອງແອັບ Viettel Money, ຊ່ວຍລູກຄ້າ 25 ລ້ານກວ່າຄົນເຮັດທຸລະກໍາການເງິນຢ່າງປອດໄພ.

ໂດຍ: ໄຊຊະນະ