leftcenterrightdel
ການສະແດງດົນຕີປະສານສຽງ “ຫວຽດນາມ ແຫ່ງຄວາມຮັກ”. ພາບ: ສໍານັກຂ່າວສານຫວຽດນາມ

ຕອນຄໍ່າວັນທີ 29 ມິຖຸນາ, ການເຄື່ອນໄຫວສະແດງດົນຕີປະສານສຽງ “ຫວຽດນາມ ແຫ່ງຄວາມຮັກ” ໄດ້ຈັດຂຶ້ນຢູ່ນະຄອນເຫ້ວ. ຄໍ່າຄືນສະແດງດົນຕີແມ່ນຂອງຂວັນທີ່ລ້ຳຄ່າສະຫງວນໃຫ້ຊາວໜຸ່ມທີ່ມາຈາກບັນດາສູນອຸປະກາລະສັງຄົມ, ບ້ານເດັກ ຫຼື ບັນດາຜູ້ມີຄວາມສ່ຽງສູງກວ່າເພີ່ນ, ຄົນພິການ… ຢູ່ເທື່ອທຽນ-ເຫ້ວ. ບໍ່ພຽງແຕ່ໄດ້ຮັບຟັງຮັບຊົມການສະແດງດົນຕີເທົ່ານັ້ນ, ຫາກພວກນ້ອງຍັງໄດ້ຝຶກຮ້ອງເພງ, ສະແດງພ້ອມກັບວົງດົນຕີປະສານສຽງໃນລາຍການນຳອີກ.

ນີ້ແມ່ນຄັ້ງທຳອິດທີ່ວົງດົນຕີປະສານສຽງຢໍ໊ແຊັງ ເກືອບ 200 ສະມາຊິກສະແດງຢູ່ເຫ້ວ ແລະແມ່ນໜຶ່ງໃນຈຳນວນສະຖານທີ່ 3 ແຫ່ງໃນການເຄື່ອນໄຫວຈັດການສະແດງດົນຕີປະສານສຽງໃນປີ 2024.

ໂດຍໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2019, ວົງດົນຕີປະສານສຽງຢໍ໊ແຊັງ ແມ່ນວົງດົນຕີປະສານສຽງປະຊາຄົມທຳອິດ, ໃຫຍ່ທີ່ສຸດຢູ່ ຫວຽດນາມ. ເປົ້າໝາຍຂອງວົງດົນຕີແມ່ນນຳສິລະປະປະສານສຽງດົນຕີເຂົ້າໃກ້ກັບທຸກຄົນກວ່າ, ນຳໃຊ້ສຽງດົນຕີເພື່ອເຊື່ອມຕໍ່ມະນຸດດ້ວຍກັນ, ພ້ອມກັບນຳມາເຊິ່ງບັນດາຄຸນຄ່າອັນດີງາມໃຫ້ແກ່ປະຊາຄົມ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ