ນີ້ແມ່ນຂໍ້ສັງເກດຂອງນັກຊ່ຽວຊານຢູ່ກອງປະຊຸມເຊື່ອມຕໍ່ດ້ານການຄ້າລະຫວ່າງວິສາຫະກິດສິນໃນນ້ຳຫວຽດນາມ-ສິງກະໂປ ໂດຍສະມາຄົມປຸງແຕ່ງ ແລະສົ່ງອອກສິນຫວຽດນາມ (Vasep) ສົມທົບກັບຫ້ອງການການຄ້າຫວຽດນາມ ຢູ່ສິງກະໂປ, ພະແນກພົວພັນຕ່າງປະເທດນະຄອນໂຮ່ຈີມິນ ຈັດຕັ້ງຢູ່ນະຄອນໂຮ່ຈີມີນ ໃນຕອນບ່າຍ 25 ມິຖຸນາ.

leftcenterrightdel
ກອງປະຊຸມເຊື່ອມຕໍ່ການພົວພັນການຄ້າລະຫວ່າງວິສາຫະກິດສິນໃນນ້ຳຫວຽດນາມ-ສິງກະໂປ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ເຈິ່ນເຝືອກແອງ ຫົວໜ້າພະແນກພົວພັນຕ່າງປະເທດນະຄອນໂຮ່ຈີມິນ ໄດ້ແຈ້ງໃຫ້ຊາບວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ພວມພັດທະນາດີທີ່ສຸດໃນທຸກຂົງເຂດຈາກການທູດການເມືອງ, ການທູດເສດຖະກິດ, ການພົວພັນແລກປ່ຽນປະຊາຊົນ. ພິເສດ, ການຮ່ວມມືເສດຖະກິດລະຫວ່າງສອງປະເທດບັນລຸໄດ້ຜົນງານໃຫຍ່ຫຼາຍຢ່າງ. ປະຈຸບັນ, ສິງກະໂປ ພວມຢືນອັນດັບທີ 3/70 ປະເທດ ແລະເຂດແຄວ້ນກ່ຽວກັບຈໍານວນໂຄງການລົງທຶນເຂົ້າບັນດາເຂດອຸດສາຫະກໍາຢູ່ຫວຽດນາມ. ຄຽງຂ້າງກັນນັ້ນການເພີ່ມທະວີການຮ່ວມມືໃນຂົງເຂດໃໝ່ ແລະຄວາມສາມາດບົ່ມຊ້ອນ, ຄື: ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ພະລັງງານສະອາດ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ສອງປະເທດຍັງຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ເປັນມູນເຊື້ອ; ໃນນັ້ນມີຂົງເຂດສິນໃນນ້ຳ.

ຫວຽດນາມ ໄດ້ພິສູດໃຫ້ເຫັນຄວາມສາມາດບົ່ມຊ້ອນ, ຂະໜາດຂອງຕະຫຼາດສິນໃນນ້ຳໃນປະເທດເມື່ອບືນຕົວຂຶ້ນລະດັບ 3 ຂອງໂລກກ່ຽວກັບການສົ່ງອອກສິນໃນນ້ຳ, ຖັດຈາກຈີນ ແລະນອກແວ. ໃນຈໍານວນນັ້ນ, ນະຄອນໂຮ່ຈີມິນ ດ້ວຍຫຼາຍເຂດອຸດສາຫະກໍາ, ປຸງແຕ່ງໄດ້ຜະລິດບັນດາຜະລິດຕະພັນສິນໃນນ້ຳທີ່ມີມຸນຄ່າສູງ, ກວມເອົາ 10% ວົງເງິນສ່ົງອອກສິນໃນນ້ຳທັງໝົດຂອງທົ່ວປະເທດ. ເຖິງຢ່າງໃດກໍ່ຕາມ, ປະຈຸບັນຂະແໜງສິນໃນນ້ຳຫວຽດນາມ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຄື: ການຂາດແຄນວັດຖຸສົ້ນເຂົ້າ, ຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ, ວິວັດການຫັນເປັນຕົວເມືອງ, ການປ່ຽນແປງໃນຂໍ້ກຳນົດຂອງຕະຫຼາດອີຢູ, ຫຼຸດຜ່ອນຕະຫຼາດສົ່ງອອກ,... ສິ່ງເຫຼົ່ານີ້ວາງອອກຄວາມຮຽກຮ້ອງຕ້ອງການຊອກຫາຕະຫຼາດວັດຖຸໃໝ່, ເປີດກວ້າງຕະຫຼາດສົ່ງອອກ, ສົ່ງເສີມການຄ້າ ແລະການລົງທຶນ, ແລກປ່ຽນ, ຮໍ່າຮຽນກ່ຽວກັບແບບວິທີດຳເນີນທຸລະກິດ, ເຕັກໂນໂລຢີຜະລິດກັບບັນດາປະເທດ ແລະວິສາຫະກິດທີ່ມີທ່າແຮງໃນຂົງເຂດສິນໃນນ້ຳຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານ ເຈິ່ນເຝືອກແອງ ຫົວໜ້າພະແນກພົວພັນຕ່າງປະເທດນະຄອນໂຮ່ຈີມິນ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາງ ໂຕທິເຕື່ອງລານ, ຮອງເລຂາ Vasep ໃຫ້ຮູ້ວ່າ ຂະແໜງສິນໃນນ້ຳຫວຽດນາມ ມີທ່າໄດ້ປຽບ ແລະພວມສຸມໃສ່ພັດທະນາໃນບັນດາຜະລິດຕະພັນປຸງແຕ່ງທີ່ມີມຸນຄ່າເພີ່ມສູງ. ຫວຽດນາມ ກໍ່ໄດ້ມີທ່າໄດ້ປຽບໃນການພັດທະນາການລ້ຽງ, ປູກສິນໃນນ້ຳ ແລະປຸງແຕ່ງສົ່ງອອກກຸ້ງ, ປາປຶ່ງເຕັມປີ. ດ້ວຍຄວາມຕ້ອງການບໍລິໂພກພາຍໃນປະເທດ, ສິງກະໂປ ມີລະບົບຮ້ານອາຫານ, ໂຮງແຮມທີ່ຮັບໃຊ້ແຂກທ່ອງທ່ຽວຈໍານວນຫຼາຍດ້ວຍຄວາມຕ້ອງການບໍລິໂພກບັນດາຜະລິດຕະພັນທີ່ມີຄຸນນະພາບສູງນັບມື້ນັບເພີ່ມຂຶ້ນ. ເຖິງວ່າ ສິງກະໂປ ແມ່ນຕະຫຼາດບໍລິໂພກຂະໜາດໜ້ອຍແຕ່ພັດແມ່ນປະຕູສໍາຄັນເພື່ອໃຫ້ສິນຄ້າຫວຽດນາມ ເວົ້າລວມ, ສິນໃນນ້ຳເວົ້າສະເພາະເຂົ້າເຖິງຫຼາຍປະເທດອື່ນໃນພາກພື້ນ ແລະໂລກ.

ຕາມທ່ານນາງ ໂຕທິເຕື່ອງລານ ແລ້ວ, ໃນຂະນະທີ່ຫວຽດນາມ ມີທ່າແຮງກ່ຽວກັບການຜະລິດ, ປຸງແຕ່ງນັ້ນ, ບັນດາວິສາຫະກິດສິງກະໂປ ກໍ່ມີທັກສະການຄ້າສາກົນດີທີ່ສຸດ. ຫວຽດນາມ ແລະສິງກະໂປ ລ້ວນແຕ່ແມ່ນສະມາຊິກຂອງສັນຍາການຄ້າເສລີຫຼາຍສະບັບໃນພາກພື້ນ ແລະໂລກ, ທີ່ຕັ້ງພູມີປະເທດໃກ້ກັນແມ່ນຄວາມສະດວກໃຫ້ແກ່ການຂົນສົ່ງ. ສະນັ້ນ, ບັນດາວິສາຫະກິດຫວຽດນາມ ສາມາດໝູນໃຊ້ການຮ່ວມມືການຄ້າກັບບັນດາວິສາຫະກິດສິງກະໂປ ເພື່ອເຂົ້າເຖິງ ແລະເປີດກວ້າງຕະຫຼາດສົ່ງອອກໄປຍັງບັນດາປະເທດ, ພາກພື້ນຕ່າງກັນ. ເຖິງຢ່າງໃດກໍ່ຕາມ, ບັນດາວິສາຫະກິດສິນໃນນ້ຳຫວຽດນາມ ກໍ່ຕ້ອງຄົ້ນຄວ້າ ແລະຄັດເລືອກຕະຫຼາດໃຫ້ສອດຄ່ອງເພື່ອສ້າງທ່າໄດ້ປຽບໃນການແກ່ງແຍ້ງ.

ໃນຂະນະນັ້ນ, ທ່ານ ກາວຊວນຖັ໊ງ, ຫົວໜ້າຫ້ອງການການຄ້າສະຖານທູດຫວຽດນາມ ປະຈຳ ສິງກະໂປ ແບ່ງປັນວ່າ: ສິງກະໂປ ເກືອບຄືວ່າບໍ່ມີບັນດາການເຄື່ອນໄຫວຜະລິດສິນໃນນ້ຳ, ລະດັບກຸ້ມຕົນເອງກ່ຽວກັບສະບຽງອາຫານຂອງສິງກະໂປ ພຽງປະມານ 10%, ສ່ວນຍັງເຫຼືອແມ່ນນໍາເຂົ້າຈາກພາຍນອກ. ສິງກະໂປແມ່ນປະເທດຫຼາຍຊົນເຜົ່າ, ແຕ່ລະຊົນເຜົ່ານິຍົມອາຫານທີ່ແຕກຕ່າງກັນແຕ່ສິນໃນນ້ຳຕອບສະໜອງໄດ້ຄວາມຕ້ອງການຂອງທຸກຊົນເຜົ່າ. ຜະລິດຕະພັນສິນໃນນ້ຳຫວຽດນາມ ຢູ່ ສິງກະໂປ ນັບມື້ນັບຫຼາຍ ແລະໄດ້ຮັບການຕີລາຄາສູງຈາກຜູ້ກ່ຽວກັບຄຸນນະພາບ.

leftcenterrightdel
ບັນດາວິສາຫະກິດສິນໃນນ້ຳສິງກະໂປ ເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມທ່ານ ກາວຊວນຖັ໊ງ ແລ້ວ, ສິງກະໂປ ແມ່ນສູນບໍລິການການຄ້າຂອງທົ່ວພາກພື້ນ ແລະເກືອບຄືວ່າບໍ່ຈໍາກັດກ່ຽວກັບຄູ່ຮ່ວມມື, ຕະຫຼາດພົວພັນການຄ້າ. ສິງກະໂປ ແມ່ນບ່ອນສົ່ງຕໍ່, ສົ່ງອອກສິນຄ້າໄປຍັງທົ່ວໂລກ, ຄື: ຈີນ, ລັດເຊຍ, ຕາເວັນອອກກາງຈົນເຖິງເອີລົບ... ເລື່ອງເຊື່ອມຕໍ່ວິສາຫະກິດຫວຽດນາມ ກັບສິງກະໂປ ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງເມື່ອຜ່ານເຄື່ອຂາຍຄູ່ຮ່ວມມືຂອງສິງກະໂປ ສາມາດໂຄສະນາສິນໃນນ້ຳຫວຽດນາມ ເຖິງທົ່ວທຸກແຫ່ງ, ນັບທັງຕະຫຼາດເຊິ່ງວິສາຫະກິດຫວຽດນາມ ຍັງບໍ່ທັນເຂົ້າເຖິງໄດ້.

ທ່ານ Kenneth Chia ປະທານສະຫະພັນສິນໃນນ້ຳສິງກະໂປ ໃຫ້ຮູ້ວ່າ ບັນດາວິສາທະກິດສິງກະໂປ ໄດ້ມີຫຼາຍບົດຮຽນໃນການເຮັດວຽກກັບວິສາຫະກິດຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ນີ້ແມ່ນຄັ້ງທໍາອິດທີ່ກຸ່ມວິສາຫະກິດເຄື່ອນໄຫວໃນຂົງເຂດສິນໃນນ້ຳສິງກະໂປມາຫວຽດນາມ ແລະເຊື່ອມຕໍ່ໂດຍກົງກັບ Vasep, ແມ່ນບາດກ້າວເພື່ອໃຫ້ສອງຝ່າຍຊຸກຍູ້ການຮ່ວມມືຮອບດ້ານກວ່າ, ສະຫະພັນສິນໃນນ້ຳສິງກະໂປ ມີວິໄສທັດ, ພາລະກໍາທີ່ຄ້າຍຄືກັນກັບ Vasep, ມຸ່ງເຖິງເປົ້າໝາຍພັດທະນາຕະຫຼາດສິນໃນນ້ຳແບບຍືນຍົງ.

ຈຸດທີ່ຕ່າງກັນນັ້ນແມ່ນສິງກະໂປບໍ່ຫາສິນໃນນ້ຳ; ບັນດາວິສາຫະກິດສິງກະໂປ ສຸມໃສ່ວຽກງານການຄ້າ ແລະການລົງທຶນເພື່ອຮັບປະກັນຄວາມປອດໄພດ້ານສະບຽງອາຫານໃຫ້ສິງກະໂປ. ການຮ່ວມມືຂອງວິສາຫະກິດສອງປະເທດບໍ່ພຽງແຕ່ປະກອບສ່ວນຍົກສູງວົງເງິນການຄ້າລະຫວ່າງສອງປະເທດເທົ່ານັ້ນ ຫາກຍັງຊຸກຍູ້ການພັດທະນາເຄື່ອຂາຍດໍາເນີນທຸລະກິດ, ສົ່ງອອກສິນໃນນ້ຳໃນພາກພື້ນ, ນໍາສິນໃນນ້ຳຫວຽດນາມ ອອກສູ່ໂລກອິກດ້ວຍ.

ໂດຍ: ໄຊນີດາ