ສາດສະດາຈານ, ປອ ຫງວຽນຊວນຖັ໊ງ ກໍາມະການກົມການເມືອງ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ອວຍພອນໃຫ້ຜູ້ທີ່ເຮັດວຽກງານສື່ມວນຊົນເວົ້າລວມ ແລະຜູ້ທີ່ເຮັດວຽກງານສື່ມວນຊົນໃນລະບົບສະຖາບັນເວົ້າສະເພາະ.

leftcenterrightdel
ສາດສະດາຈານ, ປອ ຫງວຽນຊວນຖັ໊ງ ກໍາມະການກົມການເມືອງ, ຫົວໜ້າສະຖາບັນການເມືອງ ແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ກ່າວຄໍາເຫັນທີ່ການພົບປະ. ພາບ: hcma.vn

ເນື່ອງໃນໂອກາດນີ້, ວາລະສານທິດສະດີການເມືອງ - ອົງການກະບອກສຽງວິທະຍາສາດຂອງສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໄດ້ເປີດຕົວການຈັດໜ້າໃໝ່ຂອງວາລະສານເອເລັກໂຕນິກ: https://lyluanchinhtri.vn.

ຕອນເຊົ້າວັນທີ 20 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພົນຕີ ຫງວຽນວັນເກົ໊າ, ກຳມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ໄດ້ນຳໜ້າຄະນະປະຕິບັດງານໄປຢ້ຽມຢາມ ແລະອວຍພອນ ຢູ່ສຳນັກງານໜັງສືພິມ ເຍິນເຢິນ, ສຳນັກຂ່າວສານຫວຽດນາມ.

ວັນທີ 20 ມິຖຸນາ, ການນຳພັກ, ລັດ, ຜູ້ຕາງໜ້າບັນດາຄະນະ, ກະຊວງ, ຂະແໜງການ, ອົງການ, ຫົວໜ່ວຍ, ທ້ອງຖິ່ນ, ອົງການຈັດຕັ້ງມະຫາຊົນ ແລະວິສາຫະກິດ ໄດ້ສົ່ງກະຕ່າດອກໄມ້, ໄປຢ້ຽມຢາມ ແລະອວຍພອນພະນັກງານຢູ່ສຳນັກງານໜັງສືພິມກອງທັບປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 99 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ. ທ່ານ ເລຮວ່ວຍຈູງ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ທ່ານ ເຈິ່ນຮົ່ງຮ່າ ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ກໍ່ໄດ້ສົ່ງກະຕ່າດອກໄມ້ໄປອວຍພອນ.

ຕາງໜ້າການນໍາຫ້ອງວ່າການສູນກາງພັກ; ຄະນະການເມືອງພາຍໃນສູນກາງ; ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ;... ກໍ່ໄດ້ໄປຢ້ຽມຢາມ ແລະອວຍພອນພະນັກງານຢູ່ສຳນັກງານໜັງສືພິມກອງທັບປະຊາຊົນເຊັ່ນດຽວກັນ.

ໂດຍ: ທະນາພອນ