ຍັງມີສິ່ງທ້າທາຍຫຼາຍຢ່າງ

ປະຈຸບັນ, ເຄືອຂ່າຍສັງຄົມພວມນັບມື້ໄດ້ຮັບການພັດທະນາຢ່າງວ່ອງໄວ ແລະເປັນທີ່ນິຍົມຫຼາຍຂຶ້ນ, ອັບເດດຂໍ້ມູນຂ່າວສານຢ່າງວ່ອງໄວ. ສະນັ້ນ, ຫຼາຍອົງການສື່ມວນຊົນຖືວ່ານີ້ເປັນເຄື່ອງໜູນຊ່ວຍເພື່ອທາບທາມແຫຼ່ງຂ່າວ, ສົ່ງຂໍ້ມູນຂ່າວສານໃຫ້ຜູ້ອ່ານ...

ເຖິງຢ່າງໃດກໍ່ຕາມ, ຖ້າບໍ່ມີຄວາມລະມັດລະວັງ ແລະບໍ່ມີສະຕິ, ກໍ່ຈະຖືກ "ຕິດກັບ" ຂໍ້ມູນປອມ, ຂໍ້ມູນບໍ່ມີເປັນຄວາມຈິງງ່າຍທີ່ສຸດ; ຫຼືຖືກກາຍເປັນເຄື່ອງມືໃຫ້ແກ່ເຄືອຂ່າຍສັງຄົມ, ສູນເສຍຜູ້ອ່ານ... ເພາະສະນັ້ນ, ເຄືອຂ່າຍສັງຄົມແມ່ນຄ້າຍຄືກັນກັບມີດສອງຄົມ.

leftcenterrightdel
ບັນດາອົງການສື່ມວນຊົນເປັນເຈົ້າເຕັກໂນໂລຢີເພື່ອເພີ່ມປະສິດທິຜົນເມື່ອໄປເຮັດຂ່າວ. ພາບ: ຮວ່າງຕວຽດ

ທ່ານ ຫວູເທ໊ເກື່ອງ, ອາຈານສອນຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໃຫ້ຮູ້ວ່າ ດ້ວຍການພັດທະນາຢ່າງແຂງແຮງຂອງຍຸກດີຈີຕອນ, ບັນດາອົງການສື່ມວນຊົນພວມປະເຊີນກັບຄວາມກົດດັນ ແລະສິ່ງທ້າທາຍຫຼາຍຢ່າງ. ສິ່ງທ້າທາຍທໍາອິດແມ່ນການແຂ່ງຂັນທີ່ດຸເດືອດຈາກການສື່ສານໃຫມ່ປະເພດຕ່າງໆ, ໃນນັ້ນມີເຄືອຂ່າຍສັງຄົມ. ການແຂ່ງຂັນກັນຢູ່ທີ່ນີ້ບໍ່ພຽງແຕ່ກ່ຽວກັບຂໍ້ມູນຂ່າວສານເທົ່ານັ້ນ, ແຕ່ຍັງກ່ຽວຂ້ອງເຖິງການແຂ່ງຂັນໃນລາຍຮັບທີ່ໄດ້ຈາກການໂຄສະນາ ແລະໜັງສືພິມ...

ຢູ່ຫວຽດນາມ, ມີປະຊາຊົນຫຼາຍກວ່າ 60 ລ້ານຄົນໄດ້ນຳໃຊ້ເຄືອຂ່າຍສັງຄົມ ແລະນຳໃຊ້ເປັນປະຈຳ, ຕໍ່ເນື່ອງ, ສະນັ້ນໃນການແຂ່ງຂັນການເຂົ້າເຖິງຂໍ້ມູນຂ່າວສານ, ເຄືອຂ່າຍສັງຄົມມັກຈະໄວກວ່າບັນດາອົງການສື່ມວນຊົນຂອງທາງການ; ຍັງບໍ່ທັນໄດ້ນັບເວັບໄຊເຄືອຂ່າຍສັງຄົມທີ່ຍັງຕອບສະໜອງຄວາມຕ້ອງການກໍ່ຄືຄວາມນິຍົມຂອງເພື່ອນຜູ້ອ່ານຂອງອົງການສື່ມວນຊົນທາງການຈຳນວນຫຼາຍ...

ເຖິງຢ່າງໃດກໍ່ຕາມ, ທ່ານເຈິ່ນຈ້ອງຢູງ ຮອງປະທານສະມາຄົມນັກຂ່າວຫວຽດນາມ ແລ້ວ, ເຖິງວ່າທ່າໄດ້ປຽບຂອງເຄື່ອຂາຍສັງຄົມແມ່ນລະດັບການແຜ່ກະຈາຍຢ່າງໄວວາ, ຕໍ່ເນື່ອງໃນແຕ່ລະວິນາທີກໍ່ຕາມແຕ່ວ່າຢູ່ໃນແງ່ມູມໃດໜຶ່ງ, ບັນດາຂໍ້ມູນນີ້ຫາກໍ່ຢຸດຢູ່ລະດັບດຽວ, ຍັງບໍ່ທັນໄດ້ນັບບັນດາເຫດການທີ່ເຫັນຜ່ານເລນກ້ອງຂອງສ່ວນບຸກຄົນ, ຍັງບໍ່ທັນໄດ້ກວດກາ ແລະຢັ້ງຢືນ... ດ້ານອື່ນ, ເພື່ອເພີ່ມຍອດ like, view, ບາງບັນຊີເຄືອຂ່າຍສັງຄົມຍັງປະດິດສ້າງ, ສະໜອງຂໍ້ມູນທີ່ກະຕຸກໃສ່ຈິດໃຈ, ບໍ່ມີຄວາມຈິງ, ເສກສັນປັ້ນແຕ່ງ, ສົ່ງຜົນກະທົບຫຍ້ໍທໍ້ຕໍ່ການກໍານົດຫາງສຽງ.

ທ່ານເຈິ່ນຈ້ອງຢູງ ໃຫ້ຮູ້ຕື່ມອີກວ່າ “ທ່າມກາງຂ່າວປອມນັບບໍ່ຖ້ວນ, ຂ່າວບໍ່ມີຄວາມຈິງ, ຂ່າວເສກສັນປັ້ນແຕ່ງທີ່ຍັງບໍ່ທັນໄດ້ຮັບການກວດກາ ແລະຢັ້ງຢືນໃນເຄື່ອຂາຍສັງຄົມ, ອົງການສື່ມວນຊົນທາງການພັດມີທ່າແຮງຊ່ວຍຜູ້ອ່ານຢັ້ງຢືນຂໍ້ມູນຊັດເຈນ, ສະໜອງບັນດາຂໍ້ມູນກ່ຽວກັບເຫດການ... ສະນັ້ນ, ໃນຍຸກເຕັກໂນໂລຢີດີຈີຕອນ, ເຖິງວ່າເຄືອຂ່າຍສັງຄົມສະໜອງຢ່າງວ່ອງໄວກໍ່ຕາມ, ແຕ່ອົງການສື່ມວນຊົນທາງການຫາກໍ່ເປັນອົງການນໍາໜ້າ ແລະມີຄວາມຮັບຜິດຊອບສະໜອງຂໍ້ມູນຂ່າວສານທີ່ວ່ອງໄວ, ຖືກກັບຄວາມຈິງ, ຊັດເຈນໃຫ້ເພື່ອນຜູ້ອ່ານ...”.

ຕ້ອງເປັນເຈົ້າເຕັກໂນໂລຢີ
ຕາມທ່ານ ເຈິ່ນຈ້ອງຢູງ ແລ້ວ, ເພື່ອກັ່ນຕອງຂໍ້ມູນຂ່າວສານໃນເຄືອຂ່າຍສັງຄົມໄດ້ນັ້ນ, ນັກຂ່າວຕ້ອງຝຶກຝົນຫຼໍ່ຫຼອມທັກສະການຂຸດຄົ້ນ, ນຳໃຊ້ບັນດາຜົນງານດ້ານວິທະຍາສາດ, ເຕັກໂນໂລຢີ, ບຳລຸງ, ຝຶກຝົນຫຼໍ່ຫຼອມຈັນຍາບັນອາຊີບ, ປະສົບການອາຊີບ... ນອກຈາກການອັບເດດຄວາມຮູ້ໃນການເຮັດຂ່າວໃນຍຸກເຕັກໂນໂລຢີດີຈີຕອນແລ້ວ, ນັກຂ່າວຕ້ອງໄດ້ເພີ່ມເຕີມຄວາມຮູ້ຂອງຕົນເອງຢ່າງເປັນປົກກະຕິ, ຂຽນກ່ຽວກັບຂົງເຂດຫຍັງນັ້ນຕ້ອງກຳນົດຂົງເຂດນັ້ນໃຫ້ໄດ້.

ນັກຂ່າວບໍ່ພຽງແຕ່ມີຄວາມຊໍານານທັກສະໃນການຂຽນຂ່າວ, ບົດ, ແລະຖ່າຍຮູບເທົ່ານັ້ນ, ແຕ່ຍັງຕ້ອງຮູ້ວິທີບັນທຶກວິດີໂອຂອງເຫດການໜຶ່ງ, ຮັບປະກັນວ່າຜະລິດຕະພັນຂອງຕົນສາມາດນໍາໃຊ້ໄດ້ທັງໜັງສືພິມເຈ້ຍ, ໜັງສືພິມເອເລັກໂຕນິກ ແລະໜັງສືພິມພາບ ແລະວິທະຍຸອີກດ້ວຍ. ຍ້ອນວ່າ ໃນປະຈຸບັນ, ບັນດາພາຫະນະເຮັດຂ່າວບໍ່ແມ່ນປຶ້ມກັບບິກ ຫຼື ຄອມພິວເຕີອີກຕໍ່ໄປແລ້ວ. ແທນທີ່ນັ້ນ, ນັກຂ່າວຕ້ອງຮູ້ນໍາໃຊ້ໂທລະສັບສະຫຼາດ ຄືດັ່ງເປັນ “ສໍານັກງານສ່ືມວນຊົນນ້ອຍ” ແຫ່ງໜຶ່ງ...

ຖັນແຖວນັກຂ່າວ ເມື່ອໄປເຮັດຂ່າວຕ້ອງມີຂັ້ນຕອນ ແລະກວດກາ, ຢັ້ງຢືນຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະຊັດເຈນ, ເປັນທາງການກ່ອນ ແລ້ວຈຶ່ງສ່ົງຂໍ້ມູນຂ່າວສານນັ້ນໃຫ້ຜູ້ອ່ານ.

ທ່ານ ເລຮົ່ງເຊີນ ຮອງຫົວໜ້າຄະນະໂຄສະນາສຶກສາ ຄະນະພັກນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ໃນຂັ້ນຕອນການໜູນໃຊ້ເຕັກໂນໂລຢີດີຈີຕອນ, ມີບາງເວລາຖັນແຖວສື່ມວນຊົນຍັງຕົກຢູ່ໃນທ່າຮັບ, ຫົນຫວາຍ ແລະມີປະຕິກິລິຍາຕໍ່ບັນຫາຊັກຊ້າກວ່າເຄືອຂ່າຍສັງຄົມ. ສະນັ້ນ, ເພື່ອແຂ່ງຂັນກັບເຄື່ອຂາຍສັງຄົມໃນຍຸກສະໄໝເຕັກໂນໂລຢີດີຈີຕອນ, ອົງການສື່ມວນຊົນຕ້ອງຍູ້ແຮງການນໍາໃຊ້ເຕັກໂນໂລຢີ, ລົງທຶນແຫຼ່ງກໍາລັງຄົນ, ເອົາໃຈໃສ່ບໍາລຸງສ້າງລະດັບວິຊາສະເພາະ, ທິດສະດີການເມືອງ, ຈັນຍາບັນອາຊີບໃຫ້ຖັນແຖວຜູ້ຂຽນຂ່າວ...

ນອກຈາກນັ້ນ, ຜູ້ຂຽນຂ່າວຕ້ອງມີຈັນຍາບັນອາຊີບ ແລະມີຫຼັກໝັ້ນການເມືອງທີ່ໝັ້ນແກ່ນ, ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ກໍານົດຢ່າງຈະແຈ້ງປັດໄຈຕັດສິນການພັດທະນາສື່ມວນຊົນທີ່ແມ່ນຄົນ, ແມ່ນພູມປັນຍາ, ຄວາມເກັ່ງກ້າສາມາດ, ຄຸນສົມບັດ ແລະຄວາມມານະພະຍາຍາມຂອງຜູ້ຂຽນຂ່າວ. ພ້ອມກັນນັ້ນ, ຜູ້ຂຽນຂ່າວຕ້ອງປະກອບສ່ວນໃຫ້ໄດ້ການໄດ້ງານເຂົ້າໃນການສ້າງຫາງສຽງສັງຄົມໃຫ້ປອດໃສ, ເປັນທາງການ, ບໍ່ແລ່ນຕາມຂໍ້ມູນຂ່າວສານ...

ພາຍໃຕ້ແງ່ມູນຂອງນັກຄຸ້ມຄອງ, ທ່ານ ຫງວຽນແທງເລິມ ຮອງລັດຖະມົນຕີກະຊວງຖະແຫຼ່ງຂ່າວ ແລະການສື່ສານຫວຽດນາມ ໃຫ້ຮູ້ວ່າ ສື່ມວນຊົນປະຕິວັດຫວຽດນາມ ມີບົດບາດ ແລະພາລະກໍາພິເສດສໍາຄັນ, ບໍ່ສາມາດຂາດໄດ້ໃນພາລະກິດການປະຕິວັດ. ຢູ່ໃນນັ້ນ, ສື່ມວນຊົນຍາມໃດກໍ່ຕ້ອງສະແດງອອກໃຫ້ເຫັນລັກສະນະນໍາໜ້າ, ປະຈັນບານຢູ່ແຖວໜ້າ, ກຽມພ້ອມປະເຊີນໜ້າກັບໄພອັດຕະລາຍ, ຄວາມຫຍຸ້ງຍາກ ແລະກາຍເປັນກໍາລັງຮ່ວມເດີນທາງທີ່ໄວ້ເນື້ອເຊື່ອໃຈຂອງພັກຢ່າງແທ້ຈິງ.
ເຖິງຢ່າງໃດກໍ່ຕາມ, ໃນຍຸກເຕັກໂນໂລຢີດີຈີຕອນ, ສື່ມວນຊົນຍັງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ, ມີຄວາມຈໍາກັດກ່ຽວກັບການນໍາໃຊ້ເຕັກໂນໂລຢີເຂົ້າໃນການຂຽນຂ່າວ. ສະນັ້ນ, ລັດຕ້ອງມີນະໂຍບາຍ ແລະແຫຼ່ງກໍາລັງໜູນຊ່ວຍບັນດາອົງການສື່ມວນຊົນປ່ຽນແປງໃໝ່ເຕັກໂນໂລຢີ, ຫັນເປັນດີຈີຕອນ ເພື່ອຄວາມເປັນເຈົ້າ ແລະຊັກນໍາຂໍ້ມູນຂ່າວສານຢູ່ໃນເຄືອຂ່າຍອິນເຕີແນັດ, ກາຍເປັນກະແສຫຼັກ, ຕັ້ງໜ້າເພື່ອຊັກນໍາຫາງສຽງ, ການສື່ສານນະໂຍບາຍທີ່ມີປະສິດທິຜົນ.

ທ່ານ ຫງວຽນແທງເລິມ ເນັ້ນໜັກວ່າ “ປະຈຸບັນ, ຜູ້ຂຽນຂ່າວຕ້ອງເປັນເຈົ້າເຕັກໂນໂລຢີ. ເພື່ອເປັນເຈົ້າເຕັກໂນໂລຢີ, ຜູ້ຂຽນຂ່າວຕ້ອງຝຶກຝົນຫຼໍ່ຫຼອມທັກສະການຂຽນຂ່າວໃນຍຸກດີຈີຕອນ, ຕ້ອງລົງທຶນ, ຮໍ່າຮຽນໜູນໃຊ້ເຕັກໂນໂລຢີດີຈີຕອນມີປະສິດທິຜົນ. ສໍາລັບອົງການສື່ມວນຊົນ, ຕ້ອນປ່ຽນຄວາມຮັບຮູ້ກ່ຽວກັບບົດບາດ, ຄວາມສໍາຄັນຂອງວຽກງານການສື່ສານທີ່ເປັນທາງການ, ແມ່ນກະແສຂໍ້ມູນຂ່າວສານເພື່ອສະໜອງບັນດາຂໍ້ມູນທີ່ຖືກຕ້ອງ, ຖືກໃຈຜູ້ອ່ານ...”

ໂດຍ: ໄຊນີດາ