ຕາມເວັບໄຊ disclosure.spglobal.com (ອາເມລິກາ), ວັນທີ 20 ມິຖຸນາ ອົງການຈັດລະດັບຄວາມໄວ້ເນື້ອເຊື່ອໃຈ S&P Global Ratings (ອາເມລິກາ) ໄດ້ຈັດລະດັບຄວາມໄວ້ເນື້ອເຊື່ອໃຈແຫ່ງຊາດສຳລັບ ຫວຽດນາມ ໃນໄລຍະຍາວຢູ່ອັນດັບ “BB+” ແລະໄລຍະສັ້ນແມ່ນຢູ່ລະດັບ “B”. ແງ່ຫວັງກ່ຽວກັບການຈັດລະດັບຄວາມໄວ້ເນື້ອເຊື່ອໃຈໃນໄລຍະຍາວເປັນປົກກະຕິ. S&P Global Ratings ຄາດວ່າ ເສດຖະກິດ ຫວຽດນາມ ຈະເພີ່ມຄວາມໄວໃນ 12 ເດືອນຈະມາເຖິງເມື່ອຄວາມຕ້ອງການທົ່ວໂລກຟື້ນຟູ ແລະ ຫວຽດນາມ ຄ່ອຍໆແກ້ໄຂໄດ້ບັນດາຄວາມຫຍຸ້ງຍາກພາຍໃນປະເທດ.

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ອົງການນີ້ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງການຈັດລະດັບຄວາມໄວ້ເນື້ອເຊື່ອໃຈແຫ່າງຊາດຄືດັ່ງກ່າວ ສ່ອງແສງໃຫ້ເຫັນແງ່ຫວັງເຕີບໂຕເສດຖະກິດຢ່າງແຮງຂອງ ຫວຽດນາມ, ລະດັບໜິ້ລັດຖະບານຢູ່ລະດັບພໍດີ ແລະ ທີ່ຕັ້ງບົດບາດຢູ່ພາຍນອກກໍ່ດີ. S&P Global Ratings ຄາດວ່າການເຕີບໂຕດ້ານເສດຖະກິດຂອງ ຫວຽດນາມ ຈະບັນລຸ 5,8% ໃນປີ2024 ແລະ ຍັງແມ່ນຈຸດນັດພົບທີ່ດູດດື່ມສຳລັບນັກລົງທຶນຕ່າງປະເທດ, ພິເສດແມ່ນໃນຂົງເຂດຜະລິດ, ເມື່ອບັນດາວິສາຫະກິດສືບຕໍ່ຫັນການເຄື່ອນໄຫວເປັນຫຼາຍຮູບຫຼາຍແບບໃນພາກພື້ນ.

ແຫຼ່ງຄັດຈາກ vovworld.vn