ໂຄງການສາຍສົ່ງໄຟຟ້າ 500kV ສາຍ 3 ຈາກ ໂຟ໊ໂນ໊ຍ, ແຂວງຮືງອຽນ ໄປຮອດເມືອງກວາງແຈກ, ແຂວງກວາງບິ່ງ ມີຄວາມຍາວທັງໝົດປະມານ 519 ກິໂລແມັດ; ລວມຍອດເງິນລົງທຶນປະມານ 22.356 ຕື້ດົ່ງ. ໂຄງການດັ່ງກ່າວລວມມີ 4 ພາກສ່ວນລວມມີ: ກວາງແຈກ - ກີ່ງລືວ; ກີ່ງລືວ - ແທັງຮ໊ວາ; ແທັງຮ໊ວາ - ໂຮງງານຜະລິດໄຟຟ້າພະລັງຄວາມຮ້ອນ ນາມດິ້ງ 1 ແລະໂຮງງານໄຟຟ້າພະລັງຄວາມຮ້ອນ ນາມດິ້ງ 1 - ໂຟ໊ໂນ໊ຍ. ໂຄງການພາກສ່ວນໄດ້ຮັບການເລີ່ມລົງມືກໍ່ສ້າງໃນເດືອນຕຸລາ 2023 ແລະໃນເດືອນມັງກອນ 2024.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ລົງກວດກາລະດັບຄວາມຄືບໜ້າການລົງມືກໍ່ສ້າງສະຖານີປັບໄຟຟ້າ 500kV ແທັງຮ໊ວາ ຢູ່ຕາແສງທ້ຽວຟຸກ, ເມືອງທ້ຽວຮ໊ວາ, ແຂວງແທັງຮ໊ວາ. ພາບ: ສໍານັກຂ່າວສານຫວຽດນາມ

ປະຈຸບັນ, ການນຳຂອງກຸ່ມບໍລິສັດໄຟຟ້າຫວຽດນາມ ແລະບໍລິສັດໃຫຍ່ສາຍສົ່ງໄຟຟ້າແຫ່ງຊາດ ແມ່ນຫົວໜ່ວຍຊີ້ນຳວຽກງານກໍ່ສ້າງໂດຍກົງ, ຊີ້ນຳຄະນະຄຸ້ມຄອງໂຄງການ, ໃຫ້ຄໍາປຶກສາ ແລະຜູ້ຮັບເໝົາຜັນຂະຫຍາຍປະຕິບັດວຽກງານຕາມລະດັບຄວາມຄືບໜ້າທີ່ລະອຽດ ເຊິ່ງຝ່າຍຕ່າງໆໄດ້ເຫັນເດີເປັນເອກະພາບ, ສູ້ຊົນປະຕິບັດສໍາເລັດວຽກງານສ່ວນໃຫຍ່ຂອງໂຄງການ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ລະດົມກໍາລັງໃຈກໍາມະກອນທີ່ລົງມືກໍ່ສ້າງຢູ່ໂຄງການກໍ່ສ້າງສະຖານີປັບໄຟຟ້າ 500kV ແທັງຮ໊ວາ ຢູ່ຕາແສງທ້ຽວຟຸກ, ເມືອງທ້ຽວຮ໊ວາ, ແຂວງແທັງຮ໊ວາ. ພາບ: ສໍານັກຂ່າວສານຫວຽດນາມ

ເມື່ອລົງຢ້ຽມຢາມ ແລະມອບຂອງຂວັນໃຫ້ກໍາມະກອນ, ວິສະວະກອນ, ຜູ້ອອກແຮງງານຢູ່ສະຖານທີ່ກໍ່ສ້າງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເນັ້ນໜັກວ່າ, ນີ້ແມ່ນໂຄງການທີ່ມີຄວາມໝາຍສຳຄັນໃນການສະໜອງໄຟຟ້າໃຫ້ບັນດາເຂດ, ພາກ, ດັ່ງນັ້ນບັນດາຫົວໜ່ວຍຕ້ອງຕັດສິນໃຈສູງ, ມານະພະຍາຍາມ ແລະກະທໍາຢ່າງຂ້ຽວຂາດ. ທ່ານນາຍົກລັດຖະມົນຕີ ຕີລາຄາສູງຄວາມຄືບໜ້າຂອງການກໍ່ສ້າງສະຖານີປັບໄຟຟ້າ 500kV ແທັງຮ໊ວາ ແລະ ຫວັງວ່າບັນດາຫົວໜ່ວຍ ຈະມານະພະຍາຍາມ ເພື່ອໃຫ້ສຳເລັດໂຄງການໃນວັນທີ 28 ມິຖຸນານີ້.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກໍ່ໄດ້ລົງກວດກາ ແລະລະດົມກໍາລັງໃຈກໍາມະກອນທີ່ເຮັດວຽກ ຢູ່ໂຄງການສາຍສົ່ງ ນາມດິ້ງ I - ແທັງຮ໊ວາ ແລະກວດກາສະພາບການກໍ່ສ້າງຢູ່ຕາແສງ ເກົ່າລົກ, ເມືອງ ເຮົ້າລົກ, ແຂວງ ແທັງຮ໊ວາ.

ໂດຍ: ທູຈາງ