ວິສາຫະກິດຈຳນວນ 67 ແຫ່ງໄດ້ຮັບການເຊີດຊູໃນລາຍການ “ວິສາຫະກິດດີເດັ່ນເພື່ອຜູ້ອອກແຮງງານປີ 2024” ໂດຍສະຫະພັນໃຫຍ່ແຮງງານ ຫວຽດນາມ, ສົມທົບກັບກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມຫວຽດນາມ (VCCI) ແລະໜັງສືພິມ ລາວດົ້ງ (ແຮງງານ), ຈັດຂຶ້ນໃນຕອນຄ່ຳວັນທີ 25 ມິຖຸນາ, ຢູ່ ຮ່າໂນ້ຍ.

leftcenterrightdel
ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດ້ວັນຈຽນ ກ່າວຄໍາເຫັນທີ່ການເຊີດຊູ. ພາບ: VOV

ໃນຈຳນວນວິສາຫະກິດ 67 ແຫ່ງທີ່ໄດ້ຮັບການເຊີດຊູນັ້ນ, ມີວິສາຫະກິດຈຳນວນ 37 ແຫ່ງໄດ້ຈັດອັນດັບ “ວິສາຫະກິດເພື່ອຜູ້ອອກແຮງງານປີ 2024” ແລະວິສາຫະກິດ 30 ແຫ່ງໄດ້ຮັບໃບຍ້ອງຍໍຂອງບັນດາຫົວໜ່ວຍທີ່ຈັດຕັ້ງເຫດການນີ້. ນີ້ແມ່ນບັນດາວິສາຫະກິດທີ່ມີຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງໃນການປັບປຸງສະພາບແວດລ້ອມແຫ່ງການເຮັດວຽກເບິ່ງແຍງຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຜູ້ອອກແຮງງານ. ທີ່ລາຍການ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດ້ວັນຈຽນ, ເນັ້ນໜັກວ່າ:

“ຕ້ອງຍົກສູງກຳລັງແກ່ງແຍ້ງ, ເປີດກວ້າງຂອບເຂດ, ບືນຕົວຂຶ້ນອອກສູ່ພາກພື້ນ ແລະສາກົນຢ່າງບໍ່ຢຸດຢັ້ງ, ເສີມຂະຫຍາຍລັກສະນະເປັນເຈົ້າການ, ປະດິດຄິດສ້າງເພື່ອພັດທະນາວິສາຫະກິດໂດຍເປັນເຈົ້າຂອງຢ່າງບໍ່ຢຸດຢັ້ງ ແລະເພີ່ມທະວີການຮ່ວມສຳພັນເພື່ອສ້າງກຳລັງແຮງສັງລວມ, ຍົກລະດັບທີ່ຕັ້ງຂອງວິສາຫະກິດຫວຽດນາມ ໃນໄລຍະຈະມາເຖິງ.”

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ