ຫວ່າງມໍ່ໆນີ້, ທີ່ຊຸດຝຶກອົບຮົມວຽກງານການທູດໃຫ້ຂະແໜງສາທາລະນະສຸກຮ່າໂນ້ຍ, ທ່ານໝໍ ເຈິ່ນວັນຈຸງ, ຮອງຫົວໜ້າພະແນກສາທາລະນະສຸກນະຄອນ ໃຫ້ຮູ້ວ່າ: ວຽກງານການທູດມີບົດບາດສຳຄັນຕໍ່ການພັດທະນາຂອງຂະແໜງສາທາລະນະສຸກ ຮ່າໂນ້ຍ ໃນປະຈຸບັນ. ໃນໄລຍະຜ່ານມາ,  ໄດ້ຮ່ວມມືດ້ານການແພດກັບຫຼາຍຫົວໜ່ວຍ ເພື່ອຜັນຂະຫຍາຍໃນຫຼາຍຂົງເຂດເຊັ່ນ: ການແລກປ່ຽນປະສົບການດ້ານການປ້ອງກັນ ແລະຕ້ານພະຍາດ, ວັກຊີນ, ການສັກຢາ; ການກວດ, ການປິ່ນປົວພະຍາດ; ການແລກປ່ຽນນັກຊ່ຽວຊານ ແລະການຄົ້ນຄວ້າວິທະຍາສາດ; ການບໍາລຸງສ້າງກໍາລັງຄວາມສາມາດໃຫ້ແກ່ພະນັກງານແພດ; ກໍ່ສ້າງພື້ນຖານໂຄງລ່າງ ແລະສະໜອງອຸປະກອນການແພດ... ຜ່ານນັ້ນ, ບໍ່ພຽງແຕ່ປະກອບສ່ວນຍົກສູງປະສິດທິຜົນການສົ່ງເສີມສຸຂະພາບຂອງປະຊາຊົນເທົ່ານັ້ນ, ຫາກຍັງປະກອບສ່ວນສໍາຄັນຕໍ່ພາລະກິດພັດທະນາເສດຖະກິດ, ຮັບປະກັນຊີວິດສັງຄົມຂອງນະຄອນຫຼວງອີກດ້ວຍ.

leftcenterrightdel
ພາບປະກອບຄັດຈາກ: dangcongsan.vn

ຕາມການລາຍງານຂອງພະແນກສາທາລະນະສຸກຮ່າໂນ້ຍ, ນັບແຕ່ຕົ້ນປີມາຮອດປະຈຸບັນ, 23 ເທື່ອຄົນຂອງບັນດາຫົວໜ່ວຍທີ່ຂຶ້ນກັບພະແນກສາທາລະນະສຸກໄດ້ຮັບການພິຈາລະນາ ແລະຕົກລົງຈັດສົ່ງໄປປະຕິບັດງານຢູ່ຕ່າງປະເທດຂອງຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ດ້ວຍເປົ້າໝາຍບໍາລຸງສ້າງ, ບໍາລຸງໄລຍະສັ້ນ, ເຂົ້າຮ່ວມກອງປະຊຸມ ແລະກອງປະຊຸມສໍາມະນາວິທະຍາສາດ. ຂະແໜງສາທາລະນະສຸກຮ່າໂນ້ຍ ໄດ້ຈັດຕັ້ງການຕ້ອນຮັບ  46 ຄະນະແພດໝໍ, ນັກການຢາ, ນັກຊ່ຽວຊານການແພດຕ່າງປະເທດມາຢ້ຽມຢາມ, ເຮັດວຽກ, ຮ່ຳຮຽນ, ແບ່ງປັນປະສົບການ. ພ້ອມດຽວກັນນັ້ນ, ພະແນກສາທາລະນະສຸກກໍ່ໄດ້ສົມທົບກັບພະແນກພົວພັນຕ່າງປະເທດ ແລະບັນດາອົງການທີ່ກ່ຽວຂ້ອງເປັນເສນາທິການໃຫ້ນະຄອນລົງນາມ ແລະເປີດກວ້າງການພົວພັນຮ່ວມມື, ໃນນັ້ນມີເນື້ອໃນດ້ານການແພດກັບບັນດາທ້ອງຖິ່ນ ແລະບັນດາອົງການຈັດຕັ້ງຂອງບັນດາປະເທດພວມພັດທະນາ, ຄື: ໂຕກຽວ, Fukuoka; Kanagawa, JICA (ຍີ່ປຸ່ນ); ແຂວງ Gyeonggi (ສ.ເກົາຫຼີ); ນະຄອນ Saint Petersburg (ສະຫະພັນລັດເຊຍ); ນະຄອນ Minsk (ເບລາຣູດ); ອົງການຄຸ້ມຄອງບັນດາໂຮງໝໍສາທາລະນະປາຣີ (ຝຣັ່ງ)... ບົນພື້ນຖານຄວາມຕ້ອງການ, ຄວາມສາມາດບົ່ມຊ້ອນ ແລະທ່າແຮງຂອງບັນດາຝ່າຍ.

ໃນຂອບເຂດພາລະບົດບາດ, ໜ້າທີ່ ແລະສິດອຳນາດທີ່ມີການແບ່ງຂັ້ນ, ພະແນກສາທາລະນະສຸກນະຄອນ ໄດ້ສົມທົບກັບບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງພິຈາລະນາ ແລະອະນຸຍາດໃຫ້ບັນດາຫົວໜ່ວຍທີ່ຂຶ້ນກັບລົງນາມໃນຂໍ້ຕົກລົງຮ່ວມມືສາກົນ. ພົ້ນເດັ່ນ, ຄື: ໂຮງໝໍຈະເລີນພັນ ຮ່າໂນ້ຍ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືກັບໂຮງໝໍ Brigham and Women, ມະຫາວິທະຍາໄລແພດສາດ Harvard (ອາເມລິກາ); ໂຮງໝໍຫົວໃຈຮ່າໂນ້ຍ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືກັບອົງການຈັດຕັ້ງ Project Vietnam Foundation  (ອາເມລິກາ); ໂຮງໝໍມະເຮັງຄໍໜຽງ ຮ່າໂນ້ຍ ໄດ້ລົງນາມໃນຂໍ້ຕົກລົງຄູ່ຮ່ວມມືກັບໂຄງການ ECHO - ສູນວິທະຍາສາດສຸຂະພາບຂອງມະຫາວິທະຍາໄລ New Mexico (ອາເມລິກາ); ໂຮງໝໍມິດຕະພາບຫວຽດນາມ-ກູບາ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືກັບອົງການຈັດຕັ້ງແລກປ່ຽນຊັບພະຍາກອນສາກົນ REI-Inc (ອາເມລິກາ). ບັນດາການເຄື່ອນໄຫວ, ລາຍການ, ໂຄງການຮ່ວມມືສາກົນໄດ້ຮັບການປະຕິບັດຢູ່ບໍລິເວນໄດ້ນຳເອົາປະສິດທິຜົນຢ່າງແທດຈິງມາໃຫ້, ປະກອບສ່ວນຍົກສູງລະດັບຄວາມຮູ້ດ້ານວິຊາສະເພາະຂອງພະນັກງານການແພດ ແລະໜູນຊ່ວຍໂດຍກົງໃນການຍົກສູງຄຸນນະພາບການສົ່ງເສີມສຸຂະພາບໃຫ້ຊາວຮ່າໂນ້ຍ.

ກ່ຽວກັບການເຄື່ອນໄຫວຂົນຂວາຍ, ຮັບ ແລະນຳໃຊ້ເງິນອຸປະຖໍາຈາກຕ່າງປະເທດ, ໃນ 6 ເດືອນຕົ້ນປີ 2024, ພະແນກສາທາລະນະສຸກນະຄອນ ແລະບັນດາຫົວໜ່ວຍໃນຂະແໜງການໄດ້ຂົນຂວາຍ, ສົມທົບກັນຊຸກຍູ້ການຜັນຂະຫຍາຍປະຕິບັດ 14 ໂຄງການອຸປະຖໍາຕ່າງປະເທດໃນຂົງເຂດສາທາລະນະສຸກ. ເປົ້າໝາຍທີ່ມຸ່ງໄປເຖິງຂອງບັນດາໂຄງການຕົ້ນຕໍແມ່ນຜູ້ດ້ອຍໂອກາດ, ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນຊີວິດ. ຄຽງຄູ່ກັນນັ້ນແມ່ນບັນດາຂົງເຂດ, ວິຊາສະເພາະ, ເຕັກນິກ ແລະວິທີການໃໝ່, ກ້າວໜ້າແມ່ນຊ່ວຍຍົກສູງຄຸນນະພາບ ແລະປະສິດທິຜົນຂອງການບໍລິການການແພດຢູ່ນະຄອນຫຼວງ.

ໂດຍ: ທະນາພອນ