ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນເອກ ຟານວັນຢາງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ອົງການສໍານັກຂ່າວສານສູນກາງ ແລະທ້ອງຖິ່ນຍາມໃດກໍ່ໄດ້ເອົາໃຈໃສ່ສົມທົບກັນ, ຊ່ວຍເຫຼືອ, ຊີ້ນຳສື່ມວນຊົນຮ່ວມເດີນທາງ, ໃຫ້ຂ່າວ, ໂຄສະນາຢ່າງທັນການ, ມີປະສິດທິຜົນກ່ຽວກັບໝາກຜົນໃນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ, ການພົວພັນດ້ານປ້ອງກັນຊາດ, ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ກໍ່ສ້າງກອງທັບປະຊາຊົນໃນສະພາບການໃໝ່.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະບັນດາຜູ້ແທນເຂົ້າຮ່ວມການພົບປະສັງສັນ. ພາບ: ຟ້າມຮືງ

ທ່ານລັດຖະມົນຕີ ຟານວັນຢາງ ປາດຖະໜາວ່າ ບັນດາອົງການສື່ມວນຊົນ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງປ້ອງກັນປະເທດເພື່ອຍູ້ແຮງ, ຍົກສູງປະສິດທິຜົນວຽກງານໂຄສະນາ; ສົມທົບກັນປະຕິບັດການເປັນເສນາທິການ, ການກໍານົດທິດ, ສະໜອງຂໍ້ມູນຂ່າວສານ, ແກ້ໄຂບັນຫາສຳຄັນຢ່າງທັນການ, ຮັດກຸມ. ກະຊວງປ້ອງກັນປະເທດ ສືບຕໍ່ຊີ້ນຳບັນດາອົງການ, ກົມກອງໃນທົ່ວກອງທັບ ເພີ່ມທະວີການສົມທົບ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ອົງການສໍານັກຂ່າວສານ, ສື່ມວນຊົນພາຍໃນປະເທດໃຫ້ຂ່າວ, ໂຄສະນາຢ່າງທັນການ ແລະມີປະສິດທິຜົນກ່ຽວກັບໜ້າທີ່ວຽກງານການທະຫານ, ການປ້ອງກັນຊາດ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ແລະການເຄື່ອນໄຫວກໍ່ສ້າງກອງທັບປະຊາຊົນຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງ.

ພິເສດ, ໃນ 6 ເດືອນທ້າຍປີ 2024, ທົ່ວກອງທັບ ຈະຈັດຕັ້ງຫຼາຍເຫດການ, ການເຄື່ອນໄຫວ, ຈັດການແຂ່ງຂັນທີ່ແທດຈິງເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 35 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ, ສະນັ້ນຄວນສົມທົບກັນ, ມີການຮ່ວມແຮງຮ່ວມໃຈຂອງສື່ມວນຊົນເພື່ອແຜ່ຂະຫຍາຍມູນເຊື້ອ, ຄຸນທາດອັນດີງາມຂອງກອງທັບປະຊາຊົນຫວຽດນາມ ຢ່າງແຂງແຮງ, ເລິກເຊິ່ງກວ້າງຂວາງ...

ໂດຍ: ເຈິ່ນຮວ່ຽນ