ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານເອກອັກຄະລັດຖະທູດ ເຢືອງຮວ່າຍນາມ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າບັນດາວິສາຫະກິດຫວຽດນາມ ຢູ່ເອີລົບ ຍັງຍືນຍົງຄົງຕົວໄວ້ຢ່າງໝັ້ນຄົງ ແລະນັບມື້ນັບພັດທະນາໃນສະພາບການໂລກພະຍາດ ແລະສະພາບການໃນພາກພື້ນພວມຜັນແປຢ່າງສັບສົນ. ທ່ານເອກອັກຄະລັດຖະທູດ ແບ່ງປັນວ່າ ບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ - ສ.ເຊັກ ພວມຄົ້ນຄວ້າເພື່ອຊຸກຍູ້ການຍົກລະດັບການພົວພັນລະຫວ່າງສອງປະເທດກວ່າອີກ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ, ນັກລົງທຶນໃນການເຄື່ອນໄຫວຜະລິດດຳເນີນທຸລະກິດ, ລົງທຶນດ້ານການຄ້າ.

leftcenterrightdel
ບັນດາຜູ້ແທນທີ່ຕາງໜ້າ ໃຫ້ບັນດາວິສາຫະກິດຢູ່ເອີລົບ ຖ່າຍຮູບເປັນທີ່ລະນຶກ. ພາບ: vov.vn

ສອງຝ່າຍກໍ່ຊຸກຍູ້ການເປີດສາຍການບິນໂດຍກົງລະຫວ່າງ ຫວຽດນາມ ແລະ ສ.ເຊັກ ເພື່ອສ້າງຄວາມສະດວກໃຫ້ຊາວຫວຽດນາມ. ເປັນໜ້າເອົາໃຈໃສ່ແມ່ນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ມີຜົນສັກສິດໄດ້ຊຸກຍູ້ການແລກປ່ຽນການຄ້າລະຫວ່າງບັນດາປະເທດໃນອີຢູ ແລະບັນດາວິສາຫະກິດເອີລົບ (ລວມທັງວິສາຫະກິດຫວຽດນາມ ຢູ່ເອີລົບ) ກັບບັນດາວິສາຫະກິດຫວຽດນາມ. ທ່ານເອກອັກຄະລັດຖະທູດ ກໍ່ຢືນຢັນວ່າ, ສະຖານທູດຫວຽດນາມ ປະຈຳ ເຊັກ ເວົ້າສະເພາະ, ບັນດາປະເທດເອີລົບເວົ້າລວມ ຍາມໃດກໍ່ພ້ອມກັບບັນດາວິສາຫະກິດ, ຊຸກຍູ້ການທູດເສດຖະກິດເພື່ອສ້າງເງື່ອນໄຂສະດວກທີ່ສຸດ ໃຫ້ບັນດາວິສາຫະກິດຫວຽດນາມ ພວມດຳເນີນທຸລະກິດຢູ່ປະເທດປະຈໍາຖິ່ນ ກໍ່ຄືຊອກຫາຄູ່ຮ່ວມມືໃນບັນດາແຂວງຂອງຫວຽດນາມ.

ກອງປະຊຸມໃຫຍ່ຄັ້ງນີ້ ກໍ່ແມ່ນໂອກາດເພື່ອໃຫ້ສະຫະພັນບັນດາວິສາຫະກິດຫວຽດນາມ ຢູ່ ເອີລົບ ຫວນຄືນບັນດາຜົນງານ, ຂີດໝາຍ ແລະຂໍ້ຈຳກັດທີ່ບໍ່ທັນບັນລຸໄດ້ໃນໄລຍະຜ່ານມາ, ຈາກນັ້ນຖອດຖອນບົດຮຽນ ແລະວາງອອກລາຍການເຄື່ອນໄຫວ, ປຶກສາຫາລືເພີ່ມເຕີມ, ປັບປຸງໃຫ້ເໝາະສົມກັບສະພາບຕົວຈິງໃນໄລຍະປະຈຸບັນ. ກອງປະຊຸມໃຫຍ່ໄດ້ສຸມໃສ່ສະຫຼຸບ, ຕີລາຄາໝາກຜົນການເຄື່ອນໄຫວຂອງສະຫະພັນ ໃນໄລຍະຜ່ານມາ ແລະວາງອອກທິດທາງ, ເປົ້າໝາຍ, ໜ້າທີ່, ມາດຕະການໃນ ອາຍຸການ 2024-2028.

ທີ່ກອງປະຊຸມໃຫຍ່, ບັນດາຜູ້ແທນໄດ້ເລືອກຕັ້ງຄະນະບໍລິຫານງານສະຫະພັນ ອາຍຸການ 2024-2028 ລວມມີ 42 ທ່ານ, ໂດຍທ່ານ ຫງວຽນໄທງອກ ເປັນປະທານສະຫະພັນບັນດາວິສາຫະກິດຫວຽດນາມ ຢູ່ ເອີລົບ.

ໂດຍ: ຈາງຫງວຽນ