ພາຍຫຼັງ 35 ປີແຫ່ງການສ້າງຕັ້ງ ແລະພັດທະນາ, Viettel ໄດ້ກາຍເປັນບໍລິສັດໂທລະຄົມມະນາຄົມໃຫຍ່ທີ່ສຸດຂອງຫວຽດນາມ, ເປັນກຸ່ມບໍລິສັດເສດຖະກິດສຳຄັນຂອງປະເທດດ້ວຍມູນຄ່າເຄື່ອງໝາຍການຄ້າເກືອບ 9 ຕື້ໂດລາສາຫະລັດ, ເຄື່ອງໝາຍການຄ້າໂທລະຄົມມະນາຄົມອັນດັບ 1 ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຢູ່ອັນດັບທີ 15 ໃນຕາຕະລາງຈັດອັນດັບ 150 ເຄືອຂ່າຍໂທລະຄົມທີ່ມີມູນຄ່າເຄື່ອງໝາຍການຄ້າໃຫຍ່ທີ່ສຸດໃນທົ່ວໂລກ.

leftcenterrightdel
ໂດຍຮັບການມອບສິດຈາກປະທານປະເທດ, ທ່ານພົນໂທ ເລຮູຍວິງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ມອບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນ 1 ໃຫ້ກຸ່ມບໍລິສັດ Viettel. ພາບ: qdnd.vn

Viettel ໄດ້ພັດທະນາໃນຂົງເຂດທຸລະກິດ 4 ເສົາຄ້ຳຍຸດທະສາດ ຄື: ໂທລະຄົມມະນາຄົມພາຍໃນ ແລະຕ່າງປະເທດ, ການແກ້ໄຂເຕັກໂນໂລຊີຂໍ້ມູນຂ່າວສານ, ອຸດສາຫະກຳ - ເຕັກໂນໂລຢີສູງ, Logistics – ການຄ້າເອເລັກໂຕນິກ. ສະສົມໃນໄລຍະ 35 ປີຜ່ານມາ, ລາຍຮັບລວມຂອງ Viettel ບັນລຸກວ່າ 2,2 ລ້ານກວ່າຕື້ດົ່ງ, ກໍາໄລກ່ອນເສຍພາສີແມ່ນເກືອບ 540 ພັນຕື້ດົ່ງ. Viettel ຍາມໃດກໍ່ແມ່ນວິສາຫະກິດແຖວໜ້າໃນການປະກອບສ່ວນເຂົ້າງົບປະມານແຫ່ງລັດ, ສະສົມມາຮອດປະຈຸບັນ ແມ່ນບັນລຸກວ່າ 433.000 ຕື້ດົ່ງ.

ນະທີ່ນີ້, ທ່ານພົນຈັດຕະວາ ຕ່າວດຶກຖັງ, ປະທານທັງເປັນຜູ້ອໍານວຍການໃຫຍ່ Viettel ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງມາຍັງການນໍາພັກ, ລັດ, ບັນດາກະຊວງ, ຄະນະ, ຂະແໜງການ, ບັນດາການນໍາລຸ້ນຕ່າງໆຂອງ Viettel, ບັນດາຄູ່ຮ່ວມມືທັງພາຍໃນ ແລະຕ່າງປະເທດ, ລູກຄ້າກວ່າ 110 ລ້ານຄົນທົ່ວໂລກ ແລະຍາດຕິພີ່ນ້ອງຂອງພະນັກງານ, ລັດຖະກອນ ແລະຄົນງານ Viettel ຍາມໃດກໍ່ສະໜັບສະໜູນ ແລະໄດ້ຮັບພະລັງງານໃໝ່ເພື່ອໃຫ້ Viettel ບັນລຸຜົນສຳເລັດຄືປະຈຸບັນ.

ທ່ານພົນຈັດຕະວາ ຕ່າວດຶກຖັງ ຢືນຢັນວ່າ, ລຸ້ນພະນັກງານ, ລັດຖະກອນ Viettel ມີຄວາມຕັ້ງໃຈ ແລະມານະພະຍາຍາມສືບຕໍ່ກໍ່ສ້າງ Viettel, ປະກອບສ່ວນພັດທະນາວິທະຍາສາດ - ເຕັກໂນໂລຊີ ແລະປ່ຽນແປງໃໝ່ປະດິດສ້າງຂອງປະເທດຢ່າງແຂງແຮງ, ກາຍເປັນກຸ່ມບໍລິສັດອຸດສາຫະກຳເຕັກໂນໂລຢີສູງທົ່ວໂລກ, ນໍາໜ້າ, ເປັນຫຼັກແຫຼ່ງສໍາຄັນໃນສອງການຫັນປ່ຽນໃຫຍ່ຂອງຍຸກສະໄໝ ນັ້ນແມ່ນການຫັນເປັນດີຈີຕອນ ແລະການຫັນເປັນສີຂຽວ.

ທີ່ພິທີສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງ, Viettel ເປັນກຽດໄດ້ຮັບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນ 1. ກ່ອນໜ້ານັ້ນ, Viettel ໄດ້ຮັບຫຼຽນໄຊເອກະລາດ ຊັ້ນ 1 ປີ 2019, ໄດ້ຮັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນປີ 2014, ໄດ້ຮັບນາມມະຍົດວິລະຊົນແຮງງານໃນປີ 2007.

ໂດຍ: ໄຊນີດາ