ຕ້ອງເຮັດວຽກທີ່ຍາກ

ໂດຍເກີດມາຈາກກອງທັບ,  Viettel ລຸ້ນຕ່າງມີ “ຊຸດ gene” ພິເສດຄື: ມີລະບຽບວິໄນ, ມີເຈດຈຳນົງ, ຈິດໃຈນຳໜ້າ, ກ້າຕັ້ງເປົ້າໝາຍ, ຜ່ານຜ່າສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ. ໃນປີ 1989, Sigelco ໄດ້ສ້າງຕັ້ງຂຶ້ນຈາກ 4 ໂຮງງານຂອງເຫຼົ່າທັບສື່ສານ. 10 ຄົນ, ເຊິ່ງເປັນທະຫານຂ່າວສານ, ມີວິຊາສະເພາະເກັ່ງ, ແຕ່ບໍ່ເຄີຍເຮັດທຸລະກິດມາກ່ອນ, ຕ້ອງມີຄວາມເປັນຫ່ວງເປັນໄຍນຳວຽກງານ, ເບິ່ງແຍງເລື່ອງເງິນເດືອນໃຫ້ອ້າຍນ້ອງ, ເອົາໃຈໃສ່ປະຕິບັດໜ້າທີ່ຕາມການມອບໝາຍໃຫ້ສຳເລັດ.

ດ້ວຍຄວາມຮູ້ ແລະປະສົບການທີ່ມີຢູ່, 11 ໂຄງການຜະລິດອຸປະກອນເອເລັກໂຕນິກທີ່ໄດ້ສະເໜີໃນໄລຍະຕົ້ນໄດ້ຮັບການຍ່ອມຮັບຈາກລັດໃນທັນທີ. ນັ້ນກໍ່ ແມ່ນຈຸດເລີ່ມຕົ້ນຂອງຄວາມຝັນຂອງອຸດສາຫະກໍາປ້ອງກັນຊາດ.

leftcenterrightdel
ທ່ານ ຫວໍດັ້ງ, ຜູ້ນໍາຄົນທໍາອິດຂອງ Viettel ແລະສະມາຊິກບໍລິສັດ Sigelco ເມື່ອປີ 1990. ພາບ: Viettel ສະໜອງໃຫ້

ການດຶງສາຍ ແລະເສົາໄຟຟ້າແມ່ນອາຊີບທີ່ຕິດພັນກັບວິຊາສະເພາະທີ່ສຸດ. ແຕ່ໃນເວລານັ້ນກໍມີຫຼາຍບໍລິສັດທີ່ມີໜ້າທີ່ຄ້າຍຄືກັນ. Sigelco  ຮັບແຕ່ໂຄງການທີ່ຍາກມີພູມສັນຖານສະລັບສັບຊ້ອນ, ຫຍຸ້ງຍາກດ້ານເຕັກນິກ ແລະຂາດເຂີນດ້ານການເງິນ. ບັນດາໂຄງການສຳຄັນລະດັບຊາດໄດ້ເຮັດໃຫ້ Sigelco ມີຊື່ສຽງ, ເຊັ່ນ: ທາດໂທລະພາບທີ່ສູງທີ່ສຸດໃນຫວຽດນາມ ແລະສາຍໄມໂຄຣເວບດີຈີຕອນຍາວທີ່ສຸດຢູ່ຫວຽດນາມ.

ຢາກເຮັດວຽກຍາກ

ປະສົບການທີ່ສະສົມໄວ້ໄດ້ຊ່ວຍໃຫ້ Sigelco ກາຍເປັນບໍລິສັດແຖວໜ້າໃນການກໍ່ສ້າງ ແລະຕິດຕັ້ງໂທລະຄົມ. ຄວາມໄຝ່ຝັນຢາກສ້າງເຄືອຂ່າຍໂທລະຄົມກໍ່ເລີ່ມເປັນຮູບເປັນຮ່າງ. ດັ່ງນັ້ນ, Viettel ຈຶ່ງກ້າທີ່ຈະສ້າງສາຍເຄເບີນ ໃຍແກ້ວນໍາແສງທາງທະຫານເໜືອ-ໃຕ້ ເອີ້ນວ່າ 1A ຈາກສາຍເຄເບີນ 500kV ພຽງແຕ່ສອງສາຍ. ເງື່ອນໄຂທີ່ເຄັ່ງຄັດແມ່ນຕ້ອງຊອກຫາ ແລະດຳເນີນມາດຕະການແກ້ໄຂການຮັບ ແລະສົ່ງສັນຍານວິທະຍຸກະຈ່າຍສຽງດ້ວຍເສັ້ນໄຍແສງອັນດຽວກັນທີ່ມີໄລຍະຫ່າງຫຼາຍກວ່າ 2.300 ກິໂລແມັດ, ສິ່ງທີ່ໂລກບໍ່ເຄີຍເຮັດ.  ສິ່ງທ້າທາຍຫຼາຍກວ່າເກົ່າ, ເພື່ອຮັບປະກັນຄວາມລັບທາງທະຫານ, Sigelco ບໍ່ອະນຸຍາດໃຫ້ຈ້າງຜູ້ຊ່ຽວຊານຕ່າງປະເທດ.

ຖືກຈັດໃຫ້ຢູ່ໃນທ່າທີ່ຖືກບັງຄັບ, Viettel ຕ້ອງຊອກຫາວິທີທາງຂອງຕົນ. ປື້ມ ແລະເອກະສານບໍ່ມີ, ດັ່ງນັ້ນ ມີພຽງແຕ່ວິທີການເຮັດທົດລອງໃນສ່ວນນ້ອຍໆ. ສອງປີທີ່ພະຍາຍາມ-ທົດລອງ-ລົ້ມເຫຼວ, ສາຍໄຍແກ້ວຍາວກວ່າ 2,300 ກິໂລແມັດທີ່ມີຄວາມຕ້ອງການຢ່າງເຄັ່ງຄັດໄດ້ສຳເລັດ.  ສ້າງຄວາມເຂັ້ມແຂງດ້ວຍຕົນເອງບໍ່ພຽງແຕ່ພໍໃຈກັບໂຄງການ 1A ເທົ່ານັ້ນ, ຫາກຍັງຖືກກັບຄວາມຄາດຫວັງຢາກເຮັດກ່ຽວກັບໂທລະຄົມຂອງ Viettel. ຄວາມຄາດຫວັງຈາກມື້ທີ່ໄປຮັບຈ້າງ, ຄວາມໄຝ່ຝັນຢາກສ້າງເຄືອຂ່າຍສັນຍານໂທລະສັບມືຖືກໍ່ໄດ້ໂຈະໄວ້ຍ້ອນບໍ່ມີເງິນ.

ມີໂອກາດໜ້ອຍດຽວເພື່ອໃຫ້ໄປເຖິງຄວາມຄາດຫວັງທີ່ຈະເຮັດໃຫ້ໂທລະຄົມມະນາຄົມປາກົດຕົວຂຶ້ນ. ເຕັກໂນໂລຊີໂທລະສັບຢູ່ໃນອິນເຕີເນັດບໍ່ຕ້ອງການລົງທຶນໃສ່ພື້ນຖານໂຄງລ່າງທີ່ເໝາະສົມກັບເງື່ອນໄຂຂອງ Viettel ໃນເວລານັ້ນ. ກົມໃຫຍ່ໄປສະນີດ້ວຍແນວຄິດສະໜັບສະໜູນປັດໄຈໃໝ່ ແລະທຳລາຍການຜູກຂາດໃນຂົງເຂດໂທລະຄົມມະນາຄົມ, Viettel ໄດ້ກາຍເປັນວິສາຫະກິດທຳອິດທີ່ໄດ້ຮັບອະນຸຍາດໃຫ້ດຳເນີນການບໍລິການໂທລະສັບທາງໄກທັງຢູ່ພາຍໃນ ແລະຕ່າງປະເທດດ້ວຍຊື່ເອີ້ນ VoIP 178. ຄ່າບໍລິການໄດ້ຫຼຸດລົງທັນທີເຫຼືອ 1/4 ເມື່ອທຽບກັບກ່ອນນີ້.

ແຕ່, ຜັນຂະຫຍາຍ VoIP 178 ແມ່ນບໍ່ງ່າຍດາຍ. ບໍ່ໄດ້ເປັນເຈົ້າຂອງພື້ນຖານໂຄງລ່າງ, Viettel ແມ່ນຂຶ້ນກັບຄວາມຕັດສິນໃຈຂອງບັນດາຄູ່ຮ່ວມມື, ຈາກຂອບເຂດທຸລະກິດຈົນເຖິງຄຸນນະພາບການບໍລິການ ແລະນັບທັງການເກັບຄ່າທຳນຽບຂອງລູກຄ້າ. ສະພາບການທີ່ຫຍຸ້ງຍາກນັ້ນເຮັດໃຫ້ Viettel ມີຄວາມກະຕືລືລົ້ນທີ່ຈະເປັນເຈົ້າຂອງພື້ນຖານໂຄງລ່າງໂທລະຄົມ.

ເປັນເຈົ້າຕົນເອງເພື່ອເຮັດວຽກຍາກ

ຄວາມຄາດຫວັງຢາກດໍາເນີນທຸລະກິດເຄື່ອນທີ່, ຍັງບໍ່ມີປະສົບການ, Viettel ມີແຜນຈະເດີນຕາມເສັ້ນທາງທີ່ທຸກໂຄງການໂທລະຄົມເຄື່ອນທີ່ກ່ອນໜ້ານີ້: ຮ່ວມທຸລະກິດກັບຄູ່ຮ່ວມມືຕ່າງປະເທດ. ໃນຖານະຕຳແໜ່ງຂັ້ນສູງ, ຄູ່ຮ່ວມມືໜຶ່ງດຽວທີ່ມາຈາກອົດສະຕາລີ ໄດ້ວາງເງື່ອນໄຂກົດດັນເຖິງຂັ້ນສົ່ງຜົນສະທ້ອນເຖິງຄວາມນັບຖືຕົນເອງຂອງ Viettel. ຕາມເງື່ອນໄຂຄູ່ຮ່ວມມືວາງອອກນັ້ນ ເຂົາເຈົ້າເປັນທຶນ, Viettel ປະກອບສ່ວນແລ່ນເອກະສານ, ໃບອະນຸຍາດ, ຕະຫຼາດ ແລະລູກຄ້າລ້ວນແຕ່ແມ່ນຊາວຫວຽດນາມ. ແຕ່ເມື່ອຄູ່ຮ່ວມມືໄດ້ເງິນລົງທຶນຄືນ 250 ລ້ານໂດລາສະຫະລັດແລ້ວ, ເຂົາເຈົ້າຈຶ່ງເລີ່ມແບ່ງປັນຜົນກຳໄລກັບ Viettel.

ບໍ່ຍອມຮັບຄວາມກົດດັນຢູ່ໃນບ້ານຂອງຕົນ, Viettel ໄດ້ປະເຊີນໜ້າກັບບັນຫາກໍ່ສ້າງເຄືອຂ່າຍໂທລະສັບມືຖື, ໃນຂະນະທີ່ທຶນຂອງ Viettel ໃນເວລານັ້ນມີພຽງແຕ່ພໍກໍ່ສ້າງສະຖານີສົ່ງສັນຍານໂທລະສັບມືຖືຢູ່ 2 ນະຄອນໃຫຍ່ ຄື: ຮ່າໂນ້ຍ ແລະນະຄອນໂຮ່ຈີມິນ. ບຸກຄະລາກອນຂອງ Viettel ໃນເວລານັ້ນມີພຽງແຕ່ 100 ຄົນເທົ່ານັ້ນ ທີ່ມີປະສົບການຕົ້ນຕໍແມ່ນການກໍ່ສ້າງໂຄງການໂທລະຄົມມະນາຄົມ.

ເປັນຫ່ວງເປັນໄຍນຳຄວາມຄາດຫວັງຢາກສ້າງເຄືອຂ່າຍໂທລະສັບມືຖື, ສະນັ້ນ ການໂອ້ລົມຢູ່ນອກກອງປະຊຸມສາກົນໄດ້ຊ່ວຍໃຫ້ບັນດາຜູ້ນຳ Viettel ຊອກຫາວິທີທາງແກ້ໄຂຂໍ້ຄົງຄ້າງ. ບັນຫາເງິນລົງທຶນໜ້ອຍໄດ້ຮັບການແກ້ໄຂດ້ວຍການຄ່ອຍໆຊື້ອຸປະກອນມາແທນໃນເວລາ 4 ປີ.  Viettel ຂະໜາດນ້ອຍໃນເວລານັ້ນສາມາດເຈລະຈາມາດຕາເຫຼົ່ານີ້ໄດ້ແມ່ນຍ້ອນໝູນໃຊ້ໂອກາດຈາກວິກິດການເສດຖະກິດໂລກ, ນັກຂຸດຄົ້ນບໍ່ໄດ້ສືບຕໍ່ລົງທຶນຕື່ມອີກ, ສະນັ້ນ ຈຶ່ງມີການຜະລິດອຸປະກອນເກີນກຳນົດ. ສະຖານີກະຈາຍສັນຍານ 5,000 ແຫ່ງ. ແຕ່ນັ້ນກໍ່ແມ່ນຄວາມກົດດັນຂອງ Viettel ໃນການກໍ່ສ້າງຢ່າງວ່ອງໄວເພື່ອດຳເນີນທຸລະກິດ ແລະມີເງິນຊຳລະໜີ້.

ບັນຫາການຜັນຂະຫຍາຍຢ່າງວ່ອງໄວແມ່ນໄດ້ຮັບການແກ້ໄຂດ້ວຍການສ້າງສະຖານີໄດ້ມາດຕະຖານ, ເປັນແບບຢ່າງເພື່ອຈັດຕັ້ງຫຼາຍສີບໜ່ວຍງານໄປປະຕິບັດງານພ້ອມກັນຢູ່ທຸກແຂວງ, ນະຄອນໃນທົ່ວປະເທດ. ພາຍໃນເວລາ 2 ປີ, Viettel ໄດ້ເປັນເຈົ້າຂອງສະຖານີໃຫຍ່ກວ່າທຸກເຄືອຂ່າຍລວມທັງໝົດໃນ 10 ປີຜ່ານມາ, ປະກອບສ່ວນເຮັດໃຫ້ລະດັບຄວາມໜາແໜ້ນຂອງໂທລະສັບຢູ່ຫວຽດນາມ ຈາກ 4% ຂຶ້ນເປັນ 90% ໃນປີ 2007 ແລະ ມາຮອດປະຈຸບັນແມ່ນ 130%. ການບໍລິການເຄື່ອນທີ່, ເດີມທີ່ໄດ້ຮັບການພິຈາລະນາວ່າຟຸມເຟືອຍທັນທີໄດ້ກາຍມາເປັນສິ່ງຈໍາເປັນ.

ໂດຍ: ໄຊນີດາ