leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ງອັກລຽນ

ທີ່ການຕ້ອນຮັບ, ທ່ານເລຂາພັກແຂວງດົງນາຍ ຫງວຽນຮົ່ງລິ໊ງ ໄດ້ແນະນໍາໂດຍສັງເຂດກ່ຽວກັບສະພາບພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ, ພ້ອມທັງແຈ້ງໃຫ້ຮູ້ວ່າ, ປະຈຸບັນໃນບໍລິເວນແຂວງດົງນາຍ ມີ 35 ໂຄງການດ້ວຍຍອດຈຳນວນເງິນລົງທຶນກວ່າ 327 ລ້ານໂດລາສະຫະລັດຈາກບັນດາວິສາຫະກິດອາເມລິກາ, ສຸມໃສ່ບັນດາຂະແໜງອຸດສາຫະກໍາປຸງແຕ່ງ, ປະດິດສ້າງ... ທ່ານນາງ Susan Burns ໄດ້ຫວນຄືນຜົນງານທີ່ພົ້ນເດັ່ນໃນການຮ່ວມມືພັດທະນາເສດຖະກິດລະຫວ່າງແຂວງດົງນາຍ ແລະອົງການພັດທະນາສາກົນອາເມລິກາ (USAID); ພ້ອມທັງ ຮັບຮູ້ການສົມທົບກັນຂອງແຂວງດົງນາຍ ໃນການປະຕິບັດໂຄງການກຳຈັດ ດີໂອຊິນ ຢູ່ສະໜາມບິນບຽນຮວ່າ ແລະບາງໝາກຜົນທີ່ພົ້ນເດັ່ນອື່ນໆ... ທ່ານ ຫງວຽນຮົ່ງລິ໊ງ ສະແດງຄວາມປາດຖະໜາວ່າໃນໄລຍະຈະມາເຖິງສະຖານກົງສູນໃຫຍ່ອາເມລິກາ ປະຈໍາ ນະຄອນໂຮ່ຈີມິນ ສືບຕໍ່ເຊື່ອມຕໍ່ບັນດາວິສາຫະກິດອາເມລິກາ ມາຊອກຮູ້ ແລະລົງທຶນເຂົ້າບັນດາຂົງເຂດເຊິ່ງແຂວງດົງນາຍ ມີທ່າແຮງ.

ໂດຍ: ໄຊນີດາ