ພາຍຫຼັງການກໍ່ສ້າງມາເປັນເວລາກວ່າ 2 ເດືອນ, ໂຄງການກໍ່ສ້າງອານຸສາວະລີ “ລຸງໂຮ່ ກັບນັກຮົບທະຫານຊາຍແດນ” ໄດ້ຮັບການກໍ່ສ້າງສຳເລັດ ຖືກກັບການອອກແບບ, ຮັບປະກັນຄຸນນະພາບ, ເຕັກນິກ ແລະ ຄວາມງາມ.

leftcenterrightdel
ຜູ້ຕາງໜ້າບັນດາກົມກອງຕັດແຖບຜ້າເປີດສະຫຼອງອະນຸສາວະລີ “ລຸງໂຮ່ ກັບນັກຮົບທະຫານຊາຍແດນ”. ພາບ: qdnd.vn

ອະນຸສາວະລີ “ລຸງໂຮ່ ກັບນັກຮົບທະຫານຊາຍແດນ” ແມ່ນໂຄງການກໍ່ສ້າງທີ່ມີຄວາມໝາຍດ້ານການສຶກສາມູນເຊື້ອອັນເລິກເຊິ່ງ, ແມ່ນສະຖານທີ່ເພື່ອໃຫ້ກົມກອງລາຍງານຜົນງານດີເດັ່ນໃຫ້ລຸງໂຮ່ ຮັບຮູ້  ແລະ ຕັກເຕືອນພະນັກງານ, ນັກຮົບແຕ່ລະຄົນຕ້ອງສາມັກຄີ, ເປັນເອກະພາບ, ພ້ອມກັນຕັດສິນໃຈ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ປະຕິບັດສຳເລັດທຸກໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍເປັນຢ່າງດີ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ຄວາມປອດໄພຢູ່ໃນບໍລິເວນ. ພ້ອມກັນນັ້ນ, ກໍ່ເປັນການປຸກລະດົມ, ສົ່ງເສີມຈິດໃຈຖັນແຖວພະນັກງານ, ນັກຮົບໃນກົມກອງ, ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ.

ໂດຍ: ທູຈາງ