ບຣາຊິນ ປະທັບໃຈຕໍ່ຜົນງານ ແລະຄວາມສາມາດບົ່ມຊ້ອນພັດທະນາວິທະຍາສາດ ແລະເຕັກໂນໂລຊີ ຂອງ ຫວຽດນາມ
ກປ.ອອນໄລ - ຫວ່າງມໍ່ໆມານີ້, ທ່ານ ບຸ່ຍວັນງີ້ ເອກອັກຄະລັດຖະທູດຫວຽດນາມ ປະຈຳບຣາຊິນ ໄດ້ມີການພົບປະກັບທ່ານນາງ Luciana Santos ລັດຖະມົນຕີກະຊວງວິທະຍາສາດ, ເຕັກໂນໂລຊີ ແລະປ່ຽນແປງໃໝ່ປະດິດສ້າງບຣາຊິນ.
ທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ ບຸ່ຍວັນງີ້ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງສ້າງຕັ້ງ ແລະນໍາຄະນະກຳມະການປະສົມກ່ຽວກັບວິທະຍາສາດ, ເຕັກໂນໂລຢີ ແລະປ່ຽນແປງໃໝ່ປະດິດສ້າງຂອງ 2 ປະເທດເຂົ້າເຄື່ອນໄຫວ ເພື່ອແນໃສ່ຊຸກຍູ້ການຮ່ວມມື 2 ຝ່າຍ.
ທ່ານເອກອັກຄະລັດຖະທູດ ກໍ່ໄດ້ສະແດງຄວາມປາດຖະໜາຢາກຮ່ຳຮຽນ, ຖອດຖອນບົດຮຽນຂອງປະເທດບຣາຊິນ ກ່ຽວກັບເຕັກໂນໂລຊີຊີວະວິທະຍາເອທານອນ, ອຸດສາຫະກຳຜະລິດປຸງແຕ່ງຜະລິດຕະພັນກະເສດ, ການຂຸດຄົ້ນບໍ່ແຮ່, ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະເຕັກໂນໂລຊີອະວະກາດໃນໄລຍະຈະມາເຖິງ. ໃນສະພາບການທີ່ຫວຽດນາມ ວາງອອກຍຸດທະສາດພັດທະນາເຂດພາກ ແລະຊຸກຍູ້ການທ່ອງທ່ຽວ, ທ່ານເອກອັກຄະລັດຖະທູດ ບຸ່ຍວັນງີ້ ໄດ້ຕີລາຄາສູງບັນດາເຕັກໂນໂລຊີການບິນຂອງບຣາຊິນ, ໃນນັ້ນມີເຮືອບິນລຳແຄບໂດຍບໍລິສັດ Embraer ຜະລິດ, ເໝາະສົມກັບຄວາມຕ້ອງການການພັດທະນາການຂົນສົ່ງທາງອາກາດ ແລະການທ່ອງທ່ຽວຂອງຫວຽດນາມ.
    |
 |
ທ່ານ ບຸ່ຍວັນງີ້ ເອກອັກຄະລັດຖະທູດຫວຽດນາມ ປະຈຳບຣາຊິນ ແລະທ່ານນາງ Luciana Santos ລັດຖະມົນຕີກະຊວງວິທະຍາສາດ, ເຕັກໂນໂລຊີ ແລະປ່ຽນແປງໃໝ່ປະດິດສ້າງບຣາຊິນ. ພາບ: ສະຖານທູດຫວຽດນາມ ປະຈຳ ບຣາຊິນ. |
ສ່ວນທ່ານນາງລັດຖະມົນຕີ Luciana Santos ຢືນຢັນວ່າ ຫວຽດນາມ ແມ່ນປະເທດມີລະດັບການເຕີບໂຕພັດທະນາຢ່າງແຮງ ແລະມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຊີ. ຫວຽດນາມ ແມ່ນສະຖານທີ່ທີ່ດຶງດູດຂອງບັນດາວິສາຫະກິດ ແລະບໍລິສັດຕ່າງປະເທດໃນການຜະລິດຊິບ ແລະທາດເຄິ່ງຊັກນຳໄຟຟ້າ, ສະນັ້ນ ທ່າແຮງບົ່ມຊ້ອນຮ່ວມມືລະຫວ່າງ 2 ປະເທດແມ່ນໃຫຍ່ຫຼວງ.
ທ່ານນາງກ່າວວ່າ, ວິທະຍາສາດ, ເຕັກໂນໂລຊີ ແລະການປ່ຽນແປງໃໝ່ປະດິດສ້າງ ແມ່ນໜຶ່ງໃນບັນດາບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງອໍານາດການປົກຄອງປະທານາທິບໍດີ Lula da Silva ແລະ ບຣາຊິນ ພວມມານະພະຍາຍາມຊຸກຍູ້ການປະຕິບັດບັນດາສັນຍາທີ່ໄດ້ລົງນາມກັບ ຫວຽດນາມ ແລ້ວ. ຕາມແຜນການແລ້ວ, ຈະມີຄະນະຜູ້ແທນນັກຊ່ຽວຊານ ບຣາຊິນ ມາເຮັດວຽກກັບກະຊວງວິທະຍາສາດ ແລະເຕັກໂນໂລຊີ ຫວຽດນາມ ໃນທ້າຍເດືອນນີ້.
ໂດຍ: ທະນາພອນ