ກ່າວຄຳເຫັນໄຂກອງປະຊຸມເຈລະຈາ, ທ່ານລັດຖະມົນຕີ Franck Riester ຢັ້ງຢືນວ່າ ກອງປະຊຸມເຈລະຈາຂັ້ນສູງປະຈຳປີກ່ຽວກັບເສດຖະກິດ ຫວຽດນາມ - ຝລັ່ງ ປີນີ້ ແມ່ນເພື່ອແນໃສ່ຫັນບັນດາເນື້ອໃນທີ່ໄດ້ຕົກລົງເປັນເອກະພາບໃນການສົນທະນາທາງໂທລະສັບລະຫວ່າງ ທ່ານປະທານາທິບໍດີ ຝລັ່ງ Emmanel Macron ແລະທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເມື່ອເດືອນຕຸລາ ປີ 2023 ເປັນລະອຽດ. ບົນເນື້ອໃນຈິດໃຈນັ້ນ, ຝລັ່ງ ພ້ອມແລ້ວທີ່ຈະຄຽງບ່າຄຽງໄຫຼ່ພ້ອມກັບ ຫວຽດນາມ ເພື່ອບັນລຸໄດ້ບັນດາເປົ້າໝາຍປ່ຽນໃໝ່ເສດຖະກິດ, ຕ້ານການປ່ຽນແປງຂອງດິນຟ້າອາກາດ.

leftcenterrightdel
ທ່ານລັດຖະມົນຕີ Franck Riester ແລະທ່ານຮອງລັດຖະມົນຕີ ເຈິ່ນກວັກເຟືອງ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ ຫວຽດນາມ ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ພວມມານະພະຍາຍາມຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃໝ່, ຍົກສູງຄຸນນະພາບການເຕີບໂຕ ໂດຍອີງໃສ່ການເພີ່ມສະມັດຕະພາບ ແລະນະວັດຕະກຳ; ພັດທະນາເສດຖະກິດດີຈີຕອນ, ຊັບພະຍາກອນມະນຸດ, ໂດຍສະເພາະແມ່ນຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ທີ່ກອງປະຊຸມເຈລະຈາ, 2 ຝ່າຍໄດ້ປຶກສາຫາລືຢ່າງກົງໄປກົງມາກ່ຽວກັບຍຸດທະສາດ, ນະໂຍບາຍເສດຖະກິດທີ່ກ່ຽວຂ້ອງ, ບັນດາບັນຫາການພົວພັນຫຼາຍຝ່າຍ ແລະ 2 ຝ່າຍ, ກຳນົດທິດທາງບຸລິມະສິດໃນການຮ່ວມມື ໃນໄລຍະຈະມາເຖິງ ລວມມີ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການນຳໃຊ້ວິທະຍາສາດເຕັກໂນໂລຢີ, ...

ທ່ານ ເຈິ່ນກວັກເຟືອງ ແບ່ງປັນວ່າ: “ໃນກອງປະຊຸມຄັ້ງທີ 8 ນີ້, ພວກຂ້າພະເຈົ້າບັນລຸໄດ້ຄວາມເຫັນດີເຫັນພ້ອມສູງກ່ຽວກັບບັນດາຂົງເຂດຈຸດສຸມໃນໄລຍະຈະມາເຖິງ. ສອງຝ່າຍກໍຈະຮ່ວມມືກັນເພື່ອຊຸກຍູ້ການ ພົວພັນກໍ່ຄືຄວາມຄືບໜ້າໃນກິດຈະກຳເຄື່ອນໄຫວຕ່າງໆ. ກ່ຽວຂ້ອງເຖິງບັນຫາພື້ນຖານໂຄງລ່າງ, ສອງຝ່າຍກຳນົດວ່າ ບັນດາຂົງເຂດບຸລິມະສິດ, ລະອຽດແມ່ນພື້ນຖານໂຄງລ່າງໃຫຍ່ ແລະພື້ນຖານໂຄງລ່າງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ກ່ຽວກັບການເຕີບໂຕ, ສອງຝ່າຍ ຈະສຸມໃສ່ການຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວ”.

ໂດຍ: ທະນາພອນ