ຫວຽດນາມ ແລະ ຝລັ່ງ ດຳເນີນການເຈລະຈາຂັ້ນສູງປະຈຳປີກ່ຽວກັບເສດຖະກິດ
ກປ.ອອນໄລ - ໂດຍປະຕິບັດຕາມຂໍ້ຕົກລົງລະຫວ່າງລັດຖະບານຫວຽດນາມ ແລະ ຝະລັ່ງ, ກອງປະຊຸມຄັ້ງທີ 8 ຂອງການເຈລະຈາຂັ້ນສູງປະຈຳປີ ກ່ຽວກັບເສດຖະກິດຫວຽດນາມ - ຝະລັ່ງ ໄດ້ດຳເນີນໃນວັນທີ 17 ພຶດສະພາ ຢູ່ນະຄອນຫຼວງປາຣີ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Frank Riester ລັດຖະມົນຕີກະຊວງການຄ້າຕ່າງປະເທດ, ດຶງດູດຕ່າງປະເທດ, ຝລັ່ງໂກໂຟນີ ແລະຊາວຝລັ່ງ ຢູ່ຕ່າງປະເທດ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເຈລະຈາປະຈຳປີຂອງສອງປະເທດ ເຊິ່ງເຄີຍມີການພົວພັນທີ່ຂະຫຍັນຂັນເຄື່ອນ, ໄດ້ຮັບການສ້າງຕັ້ງຂຶ້ນໃນຫຼາຍທົດສະວັດແຫ່ງການຮ່ວມມືຢ່າງມີປະສິດທິຜົນໃນຫຼາຍຂົງເຂດ. ເຖິງຢ່າງໃດກໍຕາມ, ທ່ານຖືວ່າ ເຖິງວ່າໃນ 11 ປີຜ່ານມາຂອງການພົວພັນຄູ່ຮ່ວມມືຍຸດທະສາດ, ສອງປະເທດຍັງມານະພະຍາຍາມເພື່ອສືບຕໍ່ບັນລຸໄດ້ຄວາມກ້າວໜ້າໃໝ່, ພ້ອມກັນປະເຊີນໜ້າກັບສິ່ງທ້າທາຍທົ່ວໂລກ, ພ້ອມທັງນຳການພົວພັນສອງຝ່າຍກ້າວຂຶ້ນສູ່ລະດັບສູງໃໝ່, ຍືນຍົງກວ່າ ແລະຮອບດ້ານກວ່າ.
    |
 |
ທ່ານ Frank Riester ລັດຖະມົນຕີກະຊວງການຄ້າຕ່າງປະເທດ, ດຶງດູດຕ່າງປະເທດ, ຝລັ່ງໂກໂຟນີ ແລະຊາວຝລັ່ງ ຢູ່ຕ່າງປະເທດ ແລະທ່ານ ເຈິ່ນກວກເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ເປັນປະທານຮ່ວມກອງປະຊຸມຄັ້ງທີ 8 ຂອງການເຈລະຈາຂັ້ນສູງປະຈຳປີກ່ຽວກັບເສດຖະກິດຫວຽດນາມ - ຝະລັ່ງ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ກອງປະຊຸມຄັ້ງນີ້, ສອງຝ່າຍໃຫ້ຂໍ້ສັງເກດວ່າ ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ຝລັ່ງ ບັນລຸໄດ້ຄວາມກ້າວໜ້າໃນທຸກຂົງເຂດ. ສອງຝ່າຍໄດ້ແລກປ່ຽນຢ່າງກົງໄປກົງມາກ່ຽວກັບຍຸດທະສາດ, ນະໂຍບາຍເສດຖະກິດທີ່ກ່ຽວຂ້ອງ, ບັນຫາການພົວພັນຫຼາຍຝ່າຍ ແລະສອງຝ່າຍ, ໃນນັ້ນມີລາຍການ, ໂຄງການຮ່ວມມືລົງທຶນໄດ້ຮັບຄວາມເອົາໃຈໃສ່ເປັນພິເສດໃນໄລຍະຜ່ານມາ.
ສອງຝ່າຍກໍ່ກຳນົດທິດທາງບຸລິມະສິດການຮ່ວມມືໃນໄລຍະຈະມາເຖິງ, ລວມມີການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນສີຂຽວ, ການຫັນເປັນດີຈີຕອນ, ການໝູນໃຊ້ວິທະຍາສາດ ແລະ ເຕັກໂນໂລຢີ, ພັດທະນາອຸດສາຫະກໍາເຄື່ອງເຄິ່ງຊັກນຳໄຟຟ້າ.. ຝ່າຍ ຝລັ່ງ ໃຫ້ຄຳໝັ້ນສັນຍາວ່າ ຈະໜູນຊ່ວຍຫວຽດນາມ ໃນການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ແບ່ງປັນບົດຮຽນ, ປະສົບການໃນໄລຍະຈະມາເຖິງ, ຕອບສະໜອງບັນດາບຸລິມະສິດການພັດທະນາຂອງຫວຽດນາມ...
ໂດຍ: ທູຈາງ