ຄູ່ຮ່ວມມືຂອງ Viettel ໃນສັນຍາສະບັບນີ້ແມ່ນ United Telecoms Limited (UTL Group), ແມ່ນໜຶ່ງໃນບັນດາກຸ່ມບໍລິສັດທີ່ຫາຍາກຢູ່ ອິນເດຍ ທີ່ມີຄວາມສາມາດ ແລະປະສົບການໃນການຄົ້ນຄວ້າ, ຜະລິດ, ຜັນຂະຫຍາຍຜະລິດຕະພັນໃນຂົງເຂດໂທລະຄົມມະນາຄົມ ຢູ່ອິນເດຍ.

ສັນຍາສະບັບນີ້ຢືນຢັນຄວາມສາມາດແກ່ງແຍ້ງຂອງບັນດາຜະລິດຕະພັນ Viettel High Tech ຢູ່ຕະຫຼາດອິນເດຍ. ພ້ອມທັງເປີດຊ່ອງທາງເຂົ້າເຖິງກຸ່ມສິນຄ້າໃຫມ່, ລູກຄ້າຂອງລັດຖະບານ, ຜ່ານເຄືອຂ່າຍລູກຄ້າໃນປະຈຸບັນຂອງຄູ່ຮ່ວມມື UTL. ປະຈຸບັນ UTL ດໍາເນີນທຸລະກິດຢູ່ 60 ກວ່າປະເທດໃນຂົງເຂດຕ່າງໆ ລວມທັງໂທລະຄົມມະນາຄົມ-ເຕັກໂນໂລຊີຂໍ້ມູນຂ່າວສານ), R&D (ການຄົ້ນຄວ້າພັດທະນາ), ລັດຖະບານເອເລັກໂຕນິກ....

leftcenterrightdel
ການນຳສອງຝ່າຍໄດ້ລົງນາມໃນສັນຍາຮ່ວມມື. ພາບ: qdnd.vn

ດຣ.  Raja Mohan Rao Potluri, ປະທານ UTL ແບ່ງປັນວ່າ: “ຕະຫຼາດອິນເດຍ ມີຄວາມຕ້ອງການ 5G Private ຫຼາຍ, ແລະພວກເຮົາຫວັງວ່າຈະສືບຕໍ່ແມ່ນວິສາຫະກິດແຖວໜ້າທີ່ນໍາມາເຊິ່ງມູນຄ່າໃຫ້ແກ່ລູກຄ້າ. Viettel ມີມາດຕະການສົມບຸນໃຫ້ແກ່ການເຊື່ອມຕໍ່ 5G, UTL ຈະມີບົດບາດເຊື່ອມຕໍ່, ຮ່ວມມື, ສົ່ງເສີມການຄ້າຜະລິດຕະພັນ.”

ທ່ານ ຫງວຽນຫວູຮ່າ, ຜູ້ອໍານວຍການໃຫຍ່ Viettel High Tech ຢືນຢັນວ່າ: “ໂດຍແມ່ນວິສາຫະກິດສະໜອງອຸປະກອນໂທລະຄົມມະນາຄົມແຖວໜ້າຂອງຫວຽດນາມ, Viettel High Tech ມີຄວາມສາມາດສະໜອງມາດຕະການ 5G ສົມບຸນ, ມີປະສົບການ ແລະຄວາມສາມາດຜັນຂະຫຍາຍບັນດາໂຄງການໂທລະຄົມມະນາຄົມຂະໜາດໃຫຍ່”. ດ້ວຍຄວາມສາມາດດັດປັບຕາມຄວາມຮຽກຮ້ອງຕ້ອງການຂອງລູກຄ້າອີງໃສ່ກຳລັງແຮງເປັນເຈົ້າຂອງເຕັກໂນໂລຢີຫຼັກ,  Viettel High Tech ຍາມໃດກໍ່ກຽມພ້ອມດ້ວຍບັນດາໂຄງການສາກົນໃໝ່.”

Viettel ຈະສະໜອງລະບົບ 5GP ເຖິງ UTL ໃນຮອບເວລາ 3 ເດືອນ, ວິວັດການຖ່າຍທອດຈະປະຕິບັດໃນທຸກເວລາ, ທຸກແຫ່ງ.

ໂດຍ: ທະນາພອນ