ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ມອບໃຫ້ກະຊວງການເງິນ ແລະກົມໃຫຍ່ພາສີຮັບປະກັນອຸປະກອນຮັບໃຊ້ວຽກງານຫັນຂະແໜງພາສີ, ວຽກງານຕິດຕາມກວດກາ, ຄຸ້ມຄອງຢູ່ບັນດາດ່ານຊາຍແດນ, ທ່າກໍາປັ່ນທະເລເປັນທັນສະໄໝ, ຈຳກັດການພົບປະລະຫວ່າງປະຊາຊົນ, ວິສາຫະກິດກັບບັນດາອົງການພາສີ ເພື່ອຮັບປະກັນການປະຕິບັດຖືກຕາມກົດໝາຍຢ່າງເຂັ້ມງວດ. ເພີ່ມທະວີບັນດາການເຄື່ອນໄຫວຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານດ້ານພາສີກັບບັນດາປະເທດຢູ່ພາກພື້ນ ແລະໃນໂລກ, ພິເສດແມ່ນບັນດາປະເທດຄູ່ຮ່ວມມືການຄ້າຍຸດທະສາດທີ່ມີວົງເງິນນໍາເຂົ້າ – ສົ່ງອອກໃຫຍ່ເພື່ອສ້າງເງື່ອນໄຂສະດວກໃຫ້ສິນຄ້າຫວຽດນາມ ສົ່ງອອກໄປຍັງບັນດາປະເທດເຫຼົ່ານີ້ ແລະກົງກັນຂ້າມ. ປັບປຸງ ແລະແກ້ໄຂບັນດາຫົວໜ່ວຍ, ລັດຖະກອນພາສີທີ່ມີການກະທໍາລະເມີດກົດໝາຍ, ກໍ່ຄວາມຫຍຸ້ງເຫຍືອງ ແລະຄວາມລຳຄານໃຈ.

leftcenterrightdel
ພາບປະກອບ: ຫງອັກແອງ

ທ່ານນາຍົກລັດຖະມົນຕີ ໄດ້ມອບໝາຍໃຫ້ກະຊວງການເງິນເປັນເຈົ້າການສົມທົບກັບກະຊວງຕໍາຫຼວດ ຜັນຂະຫຍາຍຂໍ້ຕົກລົງເລກທີ 06/QD-TTg ລົງວັນທີ 6 ມັງກອນ 2022 ຂອງນາຍົກລັດຖະມົນຕີທີ່ອະນຸມັດຜ່ານແຜນພັດທະນາການນຳໃຊ້ຂໍ້ມູນກ່ຽວກັບປະຊາກອນ, ID code ແລະຢັ້ງຢືນທາງເອເລັກໂຕນິກຮັບໃຊ້ການຫັນເປັນດີຈີຕອນແຫ່ງຊາດໄລຍະ 2022-2025, ວິໄສທັດຮອດປີ 2030 ແລະຜັນຂະຫຍາຍການຫັນການນຳເຂົ້າ-ສົ່ງອອກຜ່ານຊາຍແດນເປັນດີຈີຕອນຢ່າງວ່ອງໄວ, ສ້າງດ່ານຊາຍແດນອັດສະລິຍະ ເພື່ອຫຼຸດຜ່ອນລະບຽບການບໍລິຫານ ແລະຄ່າປະຕິບັດໃຫ້ປະຊາຊົນ, ວິສາຫະກິດ.

ໂດຍ: ທະນາພອນ