leftcenterrightdel
ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ກ່າວຄໍາເຫັນໄຂກອງປະຊຸມສໍາມະນາ. ພາບ: ຟ້າມກຽນ

ທີ່ກອງປະຊຸມ, IMF ໃຫ້ຂໍ້ສັງເກດວ່າ, ກົງກັນຂ້າມກັບສະພາບການເຕີບໂຕຂອງເສດຖະກິດໂລກພວມຫຼຸດລົງ ແລະຄວາມສ່ຽງຈະຊຸດໂຊມນັ້ນເຂດອາຊີ - ປາຊີຟິກ ສືບຕໍ່ຮັກສາແງ່ຫວັງທີ່ໝັ້ນແກ່ນ, ຄາດວ່າຈະປະກອບປະມານ 2/3 ລະດັບເຕີບໂຕເສດຖະກິດທົ່ວໂລກໃນປີ 2024. ໃນນັ້ນ, ອາຊຽນ, ເປັນແບບຢ່າງກ່ຽວກັບການເຊື່ອມໂຍງ ແລະການຮ່ວມມືດ້ານເສດຖະກິດ, ນັບມື້ນັບ ກາຍເປັນພາກພື້ນເສດຖະກິດທີ່ຂະຫຍັນຂັນເຄື່ອນ, ຄາດຄະເນວ່າຈະປະກອບປະມານ 10% ຂອງ GDP ທົ່ວໂລກໃນປີນີ້.

ໃນຂອບເຂດຂອງກອງປະຊຸມສໍາມະນາ, ບັນດາການນຳທະນາຄານສູນກາງ  ແລະຜູ້ຕາງໜ້າຂອງ IMF ແລະ IFC ໄດ້ໃຊ້ເວລາປຶກສາຫາລືກ່ຽວກັບທ່າອ່ຽງພັດທະນາໃນໄລຍະຍາວຂອງໂລກ.

leftcenterrightdel
ທ່ານນາງ ຫງວຽນທິຮົ່ງ ຜູ້ວ່າການທະນາຄານແຫ່ງ ສສ ຫວຽດນາມ  ເຂົ້າຮ່ວມກອງປະຊຸມສໍາມະນາ. ພາບ: ຟ້າມກຽນ

ກ່າວຄຳເຫັນທີ່ກອງປະຊຸມສໍາມະນາ, ທ່ານນາງ ຫງວຽນທິຮົ່ງ ຜູ້ວ່າການທະນາຄານແຫ່ງ ສສ ຫວຽດນາມ ໄດ້ແບ່ງປັນຜົນງານທີຕັ້ງໜ້າຂອງຮູບແບບຫັນປ່ຽນໂຄງປະກອບເສດຖະກິດຢູ່ຫວຽດນາມ ໃນຊຸມປີຜ່ານມາ ຈາກກະສິກຳຫັນເປັນອຸດສາຫະກຳ ແລະການບໍລິການ.

ກ່ຽວກັບບັນດາບັນຫາທີ່ກ່າວມານັ້ນ, ບັນດານັກປາຖະກະຖາ ໄດ້ຢືນຢັນຄວາມເຫັນດີເຫັນພ້ອມ ແລະຄວາມສາມັກຄີຂອງບັນດາປະເທດອາຊຽນ ໃນການຮ່ວມມື ເພື່ອຮັບມືກັບບັນດາສິ່ງທ້າທາຍຈາກທ່າອ່ຽງພັດທະນາຂອງທົ່ວໂລກ. ກອງປະຊຸມສໍາມະນາເຊື່ອໝັ້ນວ່າ, ດ້ວຍການຮ່ວມມືຢ່າງແໜ້ນແຟ້ນ, ທະນາຄານສູນກາງອາຊຽນ ຈະພ້ອມກັນຍາດແຍ່ງເອົາກາລະໂອກາດ ແລະຜ່ານຜ່າສິ່ງທ້າທາຍ ເພື່ອໃຫ້ຂະແໜງທະນາຄານຂອງພາກພື້ນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດຂອງປະເທດ ກໍ່ຄືທົ່ວພາກພື້ນອາຊຽນ.

ກອງປະຊຸມໄດ້ຕີລາຄາສູງບັນດາຜົນງານດ້ານເສດຖະກິດ ມະຫາພາກຂອງຫວຽດນາມ ໃນຊຸມປີຜ່ານມາ, ປະກອບສ່ວນເຮັດໃຫ້ອາຊຽນ ເປັນຈຸດພົ້ນເດັ່ນຂອງການເຕີບໂຕຢູ່ພາກພື້ນ ແລະທົ່ວໂລກ.

ໂດຍ: ທະນາພອນ