ວັນທີ 3 ມີນາ, ກອງທຶນໜູນຊ່ວຍສັງຄົມ ຍີ່ປຸ່ນ, ໂດຍທ່ານນາງ Abe Akie ເຊິ່ງເປັນພັນລະຍາຂອງທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ເປັນປະທານ, ໄດ້ສົມທົບກັບກຸ່ມບໍລິສັດ Mikazuki ຍີ່ປຸ່ນ, ມອບລໍ້ເລື່ອນນັບສິບໆຄັນໃຫ້ແກ່ຄົນພິການຢູ່ດ່າໜັງ. ນີ້ແມ່ນການເຄື່ອນໄຫວນອນໃນລະບົບເຫດການຂອງໂຄງການ “ແລກປ່ຽນ ຫວຽດນາມ - ຍີ່ປຸ່ນ ມຸ່ງໄປເຖິງອະນາຄົດ - ຄັ້ງທີ 1”, ໂດຍກອງທຶນໜູນຊ່ວຍສັງຄົມ ຍີ່ປຸ່ນ ພ້ອມກັບກຸ່ມບໍລິສັດ Mikazuki ຍີ່ປຸ່ນ ປະຈຳຢູ່ດ່າໜັງ ຈັດຂຶ້ນ.

leftcenterrightdel
ທ່ານນາງ Abe Akie ເປັນພັນລະຍາຂອງທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ກ່າວຄຳເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ

ຢູ່ເຫດການ, ກອງທຶນໜູນຊ່ວຍສັງຄົມ ຍີ່ປຸ່ນ ໄດ້ມອບລົດເຂັນຈຳນວນສິບໆຄັນໃຫ້ແກ່ຄົນພິການຢູ່ 3 ຫົວໜ່ວຍ ນັ້ນແມ່ນ ສູນອຸປະກະລະສັງຄົມ ດ່າໜັງ, ສະມາຄົມຄົນພິການນະຄອນ ດ່າໜັງ ແລະ ສະມາຄົມຄົນພິການຢູ່ເມືອງ ລຽນຈຽວ (ດ່າໜັງ). ຕາມທ່ານ Yamada Takio, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ຍີ່ປຸ່ນ ປະຈຳ ຫວຽດນາມ ແລ້ວ, ລໍ້ເລື່ອນຄັນຕ່າງໆ ທີ່ໄດ້ມອບໃຫ້ຄົນພິການຢູ່ ດ່າໜັງ ນັ້ນ ແມ່ນສັນຍາລັກໃຫ້ແກ່ການເຊື່ອມຕໍ່ລະຫວ່າງຫົວໃຈຂອງພົນລະເມືອງສອງປະເທດ ຍີ່ປຸ່ນ - ຫວຽດນາມ.

ແຫຼ່ງຄັດຈາກ vovworld.vn