ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ  ໃຫ້ຮູ້ວ່າ: ປີ 2023 ໄດ້ຜ່ານພົ້ນໄປໃນສະພາບທີ່ສະຖານະການຂອງໂລກມີການຜັນແປຢ່າງສັບສົນ, ສົ່ງຜົນສະທ້ອນເຖິງເສດຖະກິດທ່ົວໂລກ ແລະຫວຽດນາມ, ໃນນັ້ນໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດເວົ້າລວມ, ລັດວິສາຫະກິດເວົ້າສະເພາະ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ  ກ່າວຄຳເຫັນໄຂກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ຍ້ອນມີການຊີ້ນຳນຳພາ ຂອງສູນກາງພັກ, ກົມການເມືອງ, ຄະນະເລຂາທິການ; ຄວາມມານະພະຍາຍາມຂອງທົ່ວລະບົບການເມືອງ, ການເຂົ້າຮ່ວມຂອງປະຊາຊົນ ແລະວິສາຫະກິດ, ໃນນັ້ນມີການປະກອບສ່ວນສຳຄັນຂອງລັດວິສາຫະກິດ, ການຮ່ວມມື ແລະການໜູນຊ່ວຍຂອງເພື່ອນມິດສາກົນ, ເສດຖະກິດ - ສັງຄົມຂອງຫວຽດນາມ ບັນລຸໄດ້ໝາກຜົນສຳຄັນ, ຮອບດ້ານໃນທຸກຂົງເຂດ, ແມ່ນຈຸດພົ້ນເດັ່ນຂອງເສດຖະກິດທ່ົວໂລກ.

ລັດຖະບານ ໄດ້ກຳນົດປີ 2024 ແມ່ນປີເລັ່ງຄວາມໄວເພຶ່ອປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ 2021-2025 ຢ່າງມີໄຊ, ສະນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນປຶກສາຫາລື, ວິເຄາະສະພາບການ,  ຕີລາຄາໝາກຜົນ, ແບ່ງປັນບົດຮຽນປະສົບການ, ສະເໜີໜ້າທີ່ ແລະມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຜ່ານຜ່າສິ່ງທ້າທາຍ, ປະຕິບັດໜ້າທີ່ຂອງປີ 2024 ແລະໃນໄລຍະຈະມາເຖິງ ໃຫ້ສໍາເລັດ.

leftcenterrightdel
ຜູ້ຕາງໜ້າລັດສາຫະກິດ  ເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງກຳນົດ ແລະເສີມຂະຫຍາຍບົດບາດຊັກນໍາ, ສ້າງກຳລັງໜູນ, ສ້າງແຮງບັນດານໃຈຂອງລັດວິສາຫະກິດຕໍ່ກັບພື້ນຖານເສດຖະກິດ; ຂຸດຄົ້ນຊັບສິນ ແລະແຫຼ່ງກໍາລັງ ເຊິ່ງລັດວິສາຫະກິດພວມຮັກສາຢ່າງມີປະສິດທິຜົນ. ພ້ອມກັນນັ້ນ, ຕ້ອງຊຸກຍູ້ກໍາລັງໜູນໃໝ່ກ່ຽວກັບການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາ; ເບິ່ງແຍງດູແລ,  ຮັບປະກັນຊີວິດຂອງພະນັກງານ, ລັດຖະກອນ, ຜູ້ອອກແຮງງານ; ຮັບປະກັນຊີວິດສັງຄົມ; ການແກ່ງແຍ້ງແຂ່ງຂັນຢ່າງປອດໃສ, ພ້ອມກັນພັດທະນາ; ຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມືຕ່າງປະເທດ...

ທ່ານນາຍົກລັດຖະມົນຕີ ຫວັງວ່າ ລັດວິສາຫະກິດຈະເຂົ້າຮ່ວມປະຕິບັດ 3 ບຸກທະລຸຍຸດທະສາດ ກ່ຽວກັບການປັບປຸງລະບອບລະບຽບການ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະພັດທະນາພື້ນຖານໂຄງລ່າງໃຫ້ເລິກເຊິ່ງກວ່າ. ພິເສດແມ່ນບັນດາກະຊວງ, ຂະແໜງການ, ວິສາຫະກິດຕ້ອງຄົ້ນຄວ້າປະຕິບັດການສ້າງໂຄງປະກອບຄືນໃໝ່ ກ່ຽວກັບການບໍລິຫານ, ການເງິນ, ສ້ົນເຂົ້າ, ຕ່ອງໂສ້ການສະໜອງຂອງວິສາຫະກິດ..., ພັດທະນາລັດວິສາຫະກິດໃຫ້ກາຍເປັນພາກສ່ວນເສດຖະກິດຫຼັກແຫຼ່ງ ຂອງພື້ນຖານເສດຖະກິດຫວຽດນາມ.

ໂດຍ: ທູຈາງ