ເນື່ອງໃນໂອກາດນີ້, ເວັບໄຊ The Interpreter ຂອງສະຖາບັນຄົ້ນຄວ້າ Lowy (ອົດສະຕາລີ) ໄດ້ລົງພິມ 2 ບົດຕີລາຄາການພົວພັນລະຫວ່າງຫວຽດນາມ - ອົດສະຕາລີ ແລະກຳລັງບົ່ມຊ້ອນດ້ານເສດຖະກິດຂອງຫວຽດນາມ ຢູ່ ອາຊຽນ.

leftcenterrightdel
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ

ໃນບົດຂ່າວລົງວັນທີ 29 ກຸມພານີ້ດ້ວຍຫົວຂໍ້: “ລໍຖ້າສິ່ງໃດແດ່ຈາກກອງປະຊຸມສຸດຍອດພິເສດອາຊຽນ-ອົດສະຕາລີ?”. ຜູ້ຂຽນ Susannah Patton ໃຫ້ຮູ້ວ່າ ກອງປະຊຸມສຸດຍອດພິເສດຄັ້ງນີ້ແມ່ນກອງປະຊຸມສາກົນໃຫຍ່ທີ່ສຸດເຊິ່ງອົດສະຕາລີ ເປັນເຈົ້າພາບນັບແຕ່ກອງປະຊຸມສຸດຍອດພິເສດອາຊຽນ-ອົດສະຕາລີ ຄັ້ງທໍາອິດເມື່ອປີ 2018. ການນໍາອາຊຽນ ສ່ວນຫຼາຍຈະໄປຢ້ຽມຢາມອົດສະຕາລີ ຄັ້ງທໍາອິດ, ໜ້ອຍສຸດແມ່ນໃນອະຍຸການຂອງເຂົາເຈົ້າ-ສິ່ງດັ່ງກ່າວໝາຍຄວາມວ່າຈຸດສຸມໃຫຍ່ຂອງໂຄງການດໍານເນີນງານແມ່ນສ້າງສາຍພົວພັນ.

ໃນບົດຂຽນທີ່ລົງພິມໃນວັນທີ 1 ມີນາ, The Interpreter ໄດ້ຕີລາຄາກໍາລັງແຮງດ້ານເສດຖະກິດຂອງຫວຽດນາມ ໃນສະພາບການໂລກທີ່ມີການຜັນແປຫຼາຍຢ່າງນັບແຕ່ພາຍຫຼັງພະຍາດໂຄວິດ-19, ຫວຽດນາມບັນລຸລະດັບເຕີບໂຕເປັນປົກກະຕິແມ່ນ 5,1% ໃນປີ 2023, ຕົ້ນຕໍແມ່ນຍ້ອນຄວາມສາມາດ “ຮັບມືຕໍ່ພະຍາດ” ແມ່ນດີກວ່າຕໍ່ໜ້າວິກິດການທົ່ວໂລກ. ບັນດາປັດໄຈຄື: ໂຮງງານຜະລິດຂະໜາດໃຫຍ່, ຄ່າໃຊ້ຈ່າຍໃຫ້ແກ່ການຜະລິດຕ່ຳ, ກຳລັງແຮງງານຫວຽດນາມ ທີ່ມີລະດັບຄວາມຮູ້ສູງດ້ວຍຄ່າໃຊ້ຈ່າຍຕ່ຳກໍ່ປະກອບສ່ວນຊຸກຍູ້ການຟື້ນຟູເສດຖະກິດຂອງຫວຽດນາມ. ບົດຂຽນຍັງຕີລາຄາຂະແໜງອຸດສາຫະກຳລົດໄຟຟ້າຢູ່ອາຊີຕາເວັນອອກສ່ຽງໃຕ້ທີ່ພວມດຶງດູດຄວາມສົນໃຈຂອງໂລກຄືດັ່ງການເຕີບໂຕໃໝ່ທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນຂອງພາກພື້ນ. ປະຈຸບັນ, ຫວຽດນາມ ແມ່ນ “ບ້ານເກີດເມືອງນອນ” ຂອງບໍລິສັດລົດໄຟຟ້າແຫ່ງທຳອິດຢູ່ອາຊີຕາເວັນອອກສ່ຽງໃຕ້ທີ່ມີໜ້າຢູ່ຕະຫຼາດຫຼັກຊັບອາເມລິກາ, ນັ້ນແມ່ນ VinFast.

ໂດຍ: ດັັ້ງເກື່ອງ