ງານວາງສະແດງຮູບພາບກ່ຽວກັບທະຫານຊາຍແດນຫວຽດນາມ
ກປ.ອອນໄລ - ດໍາເນີນໄປແຕ່ວັນທີ 1 ມີນາ ຫາວັນທີ 15 ເມສາ, ຢູ່ຫໍພິພິທະພັນແຂວງດັກລັກ, ໄດ້ວາງສະແດງຮູບພາບ 120 ແຜ່ນສົມທົບກັບລາຍການສະແດງໜັງສາລະຄະດີກ່ຽວກັບທະຫານຊາຍແດນ.
“ທະຫານຊາຍແດນຫວຽດນາມ, ທະຫານຊາຍແດນດັກລັກ - ຂີດໝາຍ 65 ປີແຫ່ງການເຕີບໃຫຍ່ ແລະພັດທະນາ” ແມ່ນຫົວຂໍ້ຂອງງານວາງສະແດງຮູບພາບໂດຍສະມາຄົມວັນນະຄະດີສິລະປະແຂວງດັກລັກ ສົມທົບກັບກອງບັນຊາການທະຫານຊາຍແດນແຂວງ ແລະພິພິທະພັນແຂວງດັກລັກ ຈັດຕັ້ງ.
    |
 |
ບັນດາຜູ້ແທນໄດ້ຕັດແຖບຜ້າເປີດງານວາງສະແດງ. ພາບ: VOV |
ນີ້ແມ່ນຮູບພາບທີ່ໄດ້ຮັບການຄັດເລືອກຈາກການໄປຢ້ຽມຢາມ ແລະເຮັດວຽກຢູ່ເຂດຊາຍແດນຂອງນັກຂ່າວ, ນັກຖ່າຍຮູບ, ໄດ້ສະແດງໃຫ້ເຫັນພາບພົດຂອງທະຫານຊາຍແດນຫວຽດນາມ ເວົ້າລວມ ແລະແຂວງດັກລັກ ເວົ້າສະເພາະ.
ທ່ານພັນເອກພິເສດ ເລຊວນດາງ, ອະດີດຫົວໜ້າການເມືອງທະຫານຊາຍແດນແຂວງດັກລັກ ໃຫ້ຮູ້ວ່າ: ຜ່ານງານວາງສະແດງ, ພວກຂ້າພະເຈົ້າຍັງໄດ້ເຫັນການເຕີບໃຫຍ່ຂອງກຳລັງທະຫານຊາຍແດນໃນອະດີດ ແລະປະຈຸບັນ, ຈາກຄວາມເອົາໃຈໃສ່ຂອງພັກ, ລັດ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນກໍ່ຄືພໍ່ແມ່ປະຊາຊົນບັນດາເຜົ່າ, ທະຫານຊາຍແດນມີການເຕີບໃຫຍ່, ເຂັ້ມແຂງ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ ແລະປະຊາຊົນ”.
ໂດຍ: ກວຽດເຕີມ