ຄະນະຜູ້ແທນແຂວງ ເງະອານ ນຳໂດຍສະຫາຍ ເຈິ່ນແຄ໋ງທູກ, ຫົວໜ້າພະແນກພົວພັນຕ່າງປະເທດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Natavath wiriyanaphaphon, ເຈົ້າແຂວງໆ Sakon Nakhon ສະເໜີບັນດາຜູ້ແທນບັນດາແຂວງມີຂໍ້ສະເໜີລະອຽດ ເພື່ອເພີ່ມທະວີປະສິດທິຜົນການຮ່ວມມືໃນໄລຍະຈະມາເຖິງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: baonghean.vn

ທີ່ກອງປະຊຸມ, ທ່ານ Niphon Niyom, ຫົວໜ້າຫ້ອງວ່າການແຂວງ Sakon Nakhon ໄດ້ລາຍງານໝາກຜົນການຮ່ວມມືລະຫວ່າງ 9 ແຂວງໃນການຜັນຂະຫຍາຍການປະຕິບັດບັນດາເນື້ອໃນບົດບັນທຶກກອງປະຊຸມສຸດຍອດຄັ້ງທີ 22 ທີ່ຈັດຕັ້ງຢູ່ແຂວງ ຮ່າຕິ້ງ ໃນເດືອນກັນຍາ 2019.

ກ່າວຄຳເຫັນທີ່ກອງປະຊຸມ, ສະຫາຍ ເຈິ່ນແຄ໋ງທູກ ຫົວໜ້າຄະນະຜູ້ແທນແຂວງເງະອານ ໄດ້ແບ່ງປັນບາງໝາກຜົນການຮ່ວມມືລະຫວ່າງແຂວງເງະອານ ກັບບັນດາແຂວງໃນໄລຍະຜ່ານມາ. ແຂວງເງະອານ ຍູ້ແຮງການຮ່ວມມືກັບວິສາຫະກິດທ່ອງທ່ຽວບັນດາແຂວງ: ຄຳມ່ວນ ແລະບໍລິຄຳໄຊຂອງລາວ; Nong Khai, Nakhon Phanom, Sakon Nakhon, Beungkan ຂອງໄທ ເພື່ອແນໃສ່ຂຸດຄົ້ນການທ່ອງທ່ຽວຈາກແຂວງເງະອານ ໄປຫາດ່ານຊາຍແດນ ເກົ່າແຈວ/ຈາລໍ ເຖິງບັນດາແຂວງເຫຼົ່ານັ້ນ ແລະກົງກັນຂ້າມຕາມທາງເລກ 8 ແລະທາງເລກ 12.

ແຂວງເງະອານ ປາດຖະໜາຢາກຍົກສູງປະສິດທິຜົນການຮ່ວມມືລະຫວ່າງ 9 ແຂວງໃນໄລຍະຈະມາເຖິງ, ສ້າງເງື່ອນໄຂດີທີ່ສຸດ ເພື່ອຊຸກຍູ້ວິສາຫະກິດຮ່ວມມື; ຮຽກຮ້ອງໃຫ້ຄະນະຜູ້ແທນແຂວງບໍລິຄຳໄຊ ລາຍງານຕໍ່ອໍານາດການປົກຄອງແຂວງບໍລິຄຳໄຊ ສະເໜີຕໍ່ລັດຖະບານລາວປະກາດດ່ານນ້ຳອ່ອນເປັນດ່ານຊາຍແດນຫຼັກໂດຍໄວ, ສ້າງເງື່ອນໄຂຊຸກຍູ້ການເຄື່ອນໄຫວນຳເຂົ້າ-ສົ່ງອອກ, ເຂົ້າ-ອອກເມືອງຢ່າງສະດວກ.

leftcenterrightdel
ພິທີລົງນາມໃນບົດບັນທຶກກອງປະຊຸມສຸດຍອດຄັ້ງທີ 23. ພາບ: baonghean.vn

ແລະກໍ່ໃນວັນດຽວກັນ, ຄະນະຜູ້ແທນ 9 ແຂວງຂອງ 3 ປະເທດຫວຽດນາມ - ລາວ - ໄທ ທີ່ໃຊ້ທາງເລກ 8 ແລະທາງເລກ 12 ໄດ້ຮັບຮອງເອົາ ແລະໄດ້ລົງນາມໃນບົດບັນທຶກກອງປະຊຸມ. ການຮ່ວມມືລະຫວ່າງ 9 ແຂວງຂອງ 3 ປະເທດ ຫວຽດນາມ - ລາວ - ໄທ ທີ່ນຳໃຊ້ທາງເລກ 8 ແລະທາງເລກ 12 ໃນໄລຍະຜ່ານມາໄດ້ປະກອບສ່ວນຍົກສູງສາຍພົວພັນມິດຕະພາບລະຫວ່າງ 3 ປະເທດ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະແຂວງ ແລະໃນທົ່ວພາກພື້ນ, ປະກອບສ່ວນສ້າງປະຊາຄົມອາຊຽນ ສັນຕິພາບ ແລະວັດທະນາຖາວອນ.

ໂດຍ: ທະນາພອນ