ຊາວຫວຽດນາມ ອາໄສຢູ່ໄທ ຕ້ອນຮັບປີໃໝ່
ກປ.ອອນໄລ - ຕອນຄ່ຳວັນທີ 13 ກຸມພາ, ສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ໄທ ສົມທົບກັບສະມາຄົມຊາວຫວຽດນາມ ຢູ່ແຂວງ ໜອງບົວລຳພູ ໄດ້ຈັດຕັ້ງລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ, ບຸນເຕັດປຸ້ມລຸມກັນ” ດ້ວຍການເຂົ້າຮ່ວມຂອງຊາວຫວຽດນາມ ອາໄສຢູ່ໄທ ເກືອບ 1.000 ຄົນ.
ທ່ານ ເຈິ່ນວັນເຊົ໋າ, ຮອງປະທານສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ໄທ ໃຫ້ຮູ້ວ່າ: ໃນປີຜ່ານມາ, ປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ບັນລຸໄດ້ຜົນງານຫຼາຍຢ່າງໃນການຮັກສາພາສາແມ່, ເສີມຂະຫຍາຍມູນເຊື້ອວັດທະນະທໍາຂອງຫວຽດນາມ ແລະປະກອບສ່ວນພັດທະນາເສດຖະກິດ- ສັງຄົມຂອງແຕ່ລະທ້ອງຖິ່ນ. ທ່ານຢືນຢັນວ່າ: ບັນລຸໄດ້ຜົນງານດັ່ງກ່າວແມ່ນຍ້ອນມີຄວາມມານະພະຍາຍາມທີ່ບໍ່ຮູ້ອິດຮູ້ເມື່ອຍ, ຄວາມສາມັກຄີ, ຄວາມຮັກຕໍ່ຊຸມຊົນ ແລະຄວາມຮັກຕໍ່ກັບປະເທດຊາດຂອງສະມາຊິກແຕ່ລະຄົນໃນປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ.
    |
 |
ຊາວຫວຽດນາມ ອາໃສຢູ່ໄທ ແລະບັນດາຜູ້ແທນເຂົ້າຮ່ວມລາຍການ. ພາບ: ສໍານັກຂ່າວສານຫວຽດນາມ |
ພ້ອມກັບພັນລະຍາໃນຊຸດເສື້ອຍາວຂອງຫວຽດນາມ ເຂົ້າຮ່ວມເຫດການ, ທ່ານ Suwit Chanworn ເຈົ້າແຂວງ ໜອງບົວລຳພູ ໄດ້ສະແດງຄວາມປະທັບໃຈຕໍ່ກັບວັດທະນະທໍາຕ້ອນຮັບບຸນປີໃໝ່ປະຈໍາຊາດຂອງຫວຽດນາມ. ທ່ານເຊີດຊູບົດບາດ ແລະການເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ແຂວງ ໜອງບົວລຳພູ ໃນຊີວິດດ້ານເສດຖະກິດ, ວັດທະນະທຳ - ສັງຄົມຂອງທ້ອງຖິ່ນ, ຖືວ່າ ສິ່ງດັ່ງກ່າວສະແດງໃຫ້ເຫັນສາຍພົວພັນທີ່ນັບມື້ນັບສະໜິດຕິດແໜ້ນລະຫວ່າງ ໄທ ແລະຫວຽດນາມ.
ໂດຍ: ທູຈາງ