ເວທີປາໄສວິສາຫະກິດຫວຽດນາມ-ລາວ-ໄທ-ກຳປູເຈຍ-ມຽນມາ ປີ 2023
ກປ.ອອນໄລ - ເວທີປາໄສໄດ້ແນະນຳ, ໂຄສະນາກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຂອງຫວຽດນາມ, ຊຸກຍູ້ການສົ່ງອອກສິນຄ້າຫວຽດນາມ ໄປຍັງບັນດາປະເທດໃນພາກພື້ນ.
ເວທີປາໄສວິສາຫະກິດຫວຽດນາມ-ລາວ-ໄທ-ກຳປູເຈຍ-ມຽນມາ ປີ 2023 ໄດ້ດຳເນີນເປັນເວລາ 3 ວັນ ແຕ່ວັນທີ 17-19 ພະຈິກ, ຢູ່ແຂວງອຸດອນ ທານີ, ປະເທດໄທ ພາຍໃຕ້ການອຸປະຖຳຂອງສະຖານທູດ ຫວຽດນາມ ປະຈຳ ໄທ. ເວທີປາໄສໂດຍສະມາຄົມນັກທຸລະກິດ ໄທ - ຫວຽດນາມ ທົ່ວປະເທດໄທ ສົມທົບກັບສະມາຄົມນັກທຸລະກິດ ຫວຽດນາມ ຢູ່ຕ່າງປະເທດຈັດຂຶ້ນ.
    |
 |
ເວທີປາໄສວິສາຫະກິດ ຫວຽດນາມ-ລາວ-ໄທ-ກຳປູເຈຍ-ມຽນມາ ປີ 2023 ຈັດຂຶ້ນຢູ່ແຂວງອຸດອນ ທານີ, ປະເທດໄທ. ພາບ: nhandan.vn |
ທີ່ເວທີປາໄສ, ບັນດາຜູ້ແທນໄດ້ແບ່ງປັນ, ແລກປ່ຽນບົດຮຽນ, ປະສົບການ ເພື່ອແນໃສ່ເພີ່ມທະວີການແລກປ່ຽນການຄ້າ, ການເຊື່ອມຕໍ່ ແລະສ້າງຕາໜ່າງລະຫວ່າງບັນດາວິສາຫະກິດ ຫວຽດນາມ ກັບວິສາຫະກິດຂອງ 5 ປະເທດ ກໍ່ຄືບັນດາປະເທດສະມາຊິກຂອງສະມາຄົມນັກທຸລະກິດຫວຽດນາມ ຢູ່ຕ່າງປະເທດໃນຂົງເຂດ: ກະສິກຳ, ການທ່ອງທ່ຽວ, ການບໍລິການ, ເຕັກໂນໂລຢີສູງ, ການສົ່ງອອກ ແລະການເງິນ.
ໄປຄຽງຄູ່ກັນນັ້ນ, ເວທີປາໄສກໍແມ່ນໂອກາດເພື່ອແນະນຳ, ໂຄສະນາສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຂອງຫວຽດນາມ, ຊຸກຍູ້ການສົ່ງອອກສິນຄ້າຂອງຫວຽດນາມ ໄປຍັງບັນດາປະເທດໃນພາກພື້ນ; ພ້ອມທັງເປັນການປະກອບສ່ວນເຂົ້າໃນການປະຕິບັດແຜນຮ່າງຂອງລັດຖະບານກ່ຽວກັບການ “ລະດົມຊາວຫວຽດນາມ ຢູ່ຕ່າງປະເທດເຂົ້າຮ່ວມການແນະນຳ, ຈຳໜ່າຍສິນຄ້າ ແລະພັດທະນາບັນດາຊ່ອງຈຳໜ່າຍສິນຄ້າຫວຽດນາມ ຢູ່ຕ່າງປະເທດ ໄລຍະ 2020-2024” ໃຫ້ປະກົດຜົນເປັນຈິງ.
ໃນຂອບເຂດຂອງເວທີປາໄສ, ບັນດາວິສາຫະກິດໄດ້ລົງນາມໃນຂໍ້ຕົກລົງຮ່ວມມື, ຜ່ານນັ້ນ, ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ, ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດລະຫວ່າງ 5 ປະເທດ ຫວຽດນາມ-ລາວ-ໄທ-ກຳປູເຈຍ-ມຽນມາ.
ໂດຍ: ທະນາພອນ