ກ່າວຄໍາເຫັນທີ່ການແນະນໍາກ່ຽວກັບຮ້ານວາງສະແດງຂອງຫວຽດນາມ, ທ່ານ ເລກວກມິງ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ; ຫົວໜ້າບັນນາທິການໜັງສືພິມ ເຍິນເຢິນ ເນັ້ນໜັກວ່າ “ສາມາດເວົ້າໄດ້ວ່າ ປີນີ້ຫວຽດນາມ ແລະຝຣັ່ງໄດ້ສ້າງຂີດໝາຍຫຼາຍຢ່າງໃນການພົວພັນທາງການທູດ. ຢູ່ຫວຽດນາມ ໄດ້ດໍາເນີນຫຼາຍກິດຈະກຳເຄື່ອນໄຫວເພື່ອສະເຫຼີມສະຫຼອງຂີດໝາຍສຳຄັນດັ່ງກ່າວ. ເມື່ອເຂົ້າຮ່ວມງານບຸນ  L’Humanité, ພວກຂ້າພະເຈົ້າ ພະຍາຍາມເຜີຍແຜ່ຄວາມຈູບຈ້າວຫ້າວຫັນ, ຄວາມຮູ້ສຶກຂອງປີສະເຫຼີມສະຫຼອງນີ້ໃນງານບຸນຜ່ານພາບຖ່າຍ, ພາບແຕ້ມ, ການເຄື່ອນໄຫວພົບປະແລກປ່ຽນກັບໝູ່ເພື່ອນຝຣັ່ງ ຢູ່ນອກງານບຸນ”.

leftcenterrightdel
ທ່ານ ເລກວກມິງ ຫົວໜ້າບັນນາທິການໜັງສືພິມ ເຍິນເຢິນ ກ່າວຄໍາເຫັນທີ່ຮ້ານວາງສະແດງຂອງໜັງສືພິມ ເຍິນເຢິນ. ພາບ: ສໍານັກຂ່າວສານຫວຽດນາມ

ເຂົ້າຮ່ວມງານບຸນໜັງສືພິມມະນຸດສະທຳໃນຄັ້ງນີ້, ນອກຈາກສື່ສິ່ງພິມປະເພດຕ່າງໆແລ້ວ, ໜັງສືພິມ ເຍິນເຢິນ ຍັງແນະນຳຮູບພາບກ່ຽວກັບປະທານ ໂຮ່ຈີມິນ ແລະການເຄື່ອນໄຫວຂອງການນຳພັກ ແລະລັດ, ທິວທັດທຳມະຊາດ, ທະເລ, ໝູ່ເກາະ ແລະຊາວຫວຽດນາມ ໃຫ້ເພື່ອນມິດສາກົນ. ນອກຈາກນັ້ນ, ແຂກທີ່ມາງານບຸນຍັງມີຄວາມເຂົ້າໃຈກ່ຽວກັບວັດທະນະທຳຫວຽດນາມ ຜ່ານທຳນອງເພງພື້ນເມືອງ ກໍຄືອາຫານການກິນຂອງຫວຽດນາມ ຕື່ມອີກ.

ຕາມຂໍ້ມູນຂອງຄະນະຈັດຕັ້ງ, ງານບຸນໜັງສືພິມມະນຸດສະທຳ ປີ 2023 ມີຜູ້ເຂົ້າຮ່ວມຫຼາຍກວ່າ 400.000 ຄົນ ດ້ວຍຫຼາຍກິດຈະກຳເຄື່ອນໄຫວທາງດ້ານວັດທະນະທຳ, ສິລະປະ, ການລະຫຼີ້ນບັນເທິງ, ອາຫານການກິນ ກໍຄືເວທີປາໄສແລກປ່ຽນ, ສົນທະນາກ່ຽວກັບບັນຫາການເມືອງ ແລະສັງຄົມ.

ໂດຍ: ທູຈາງ