leftcenterrightdel
ຄະນະຈັດຕັ້ງ ມອບວັດຖຸພັນໃຫ້ແກ່ຍາດຕິພີ່ນ້ອງຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: ທູຖຸຍ

ໃນຫຼາຍປີຜ່ານມາ, VNCA ໄດ້ເກັບກໍາເອກະສານທີ່ກ່ຽວຂ້ອງເຖິງສົງຄາມ ແລະປະຫວັດສາດຫວຽດນາມ ດ້ວຍຈໍານວນກ່ວາ 30 ລ້ານໜ້າ. ທີ່ພິທີ, VNCA ໄດ້ມອບບັນດາເອກະສານ ລວມມີຈົດໝາຍ ແລະປຶ້ມບັນທຶກປະຈຳວັນໃຫ້ຜູ້ຕາງໜ້າຄອບຄົວຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ຄື: ຫງວຽນກາວກີ່ (ກວາງນາມ), ຫງວຽນຫາຍເຈື່ອງ (ແທັງຮ໊ວາ), ດັ້ງຖຸ່ຍເຈີມ (ຮ່າໂນ້ຍ), ຟານດິ່ງດ່ຽວ (ຫາຍເຢືອງ), ເຈີ່ນມິງຕ໊ຽນ (ຮ່າໂນ້ຍ) ... ທີ່ເຫດການກໍ່ດໍາເນີນພິທີລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືລະຫວ່າງອົງການຈັດຕ້ັງ “ຫົວໃຈຂອງທະຫານຫວຽດນາມ” ແລະ VNCA ດ້ວຍຄວາມປາດຖະໜາຢາກສ້າງຂົວເຊື່ອມຕໍ່ ເພື່ອມອບບັນດາວັດຖຸພັນໃນສົງຄາມ ໃຫ້ຍາດຕິພີ່ນ້ອງຂອງບັນດານັກຮົບເກົ່າ ແລະຄອບຄົວຂອງບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ເພື່ອຮຽບຮຽງໃຫ້ເປັນປຶ້ມເອກະສານອັນລ້ຳຄ່າ...

ໂດຍ: ທູຈາງ