ຂອງຂວັນທີ່ມີຄວາມໝາຍມອບໃຫ້ພວກນ້ອງນ້ອຍ
ກປ.ອອນໄລ - ຄະນະຊາວໜຸ່ມຂອງສູນເຕັກໂນໂລຢີຂໍ້ມູນຂ່າວສານ ແລະໜັງສືພິມເອເລັກໂຕນິກປະເທດຊາດ (ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ) ຫາກໍ່ຈັດຕັ້ງລາຍການ “ນຳປຶ້ມໄປສູ່ເຂດພູສູງ, ໝູ່ເກາະທະເລ” ໃຫ້ນັກຮຽນໂຮງຮຽນສາມັນສຶກສາຊົນເຜົ່າເຄິ່ງກິນນອນປະຖົມ ແລະໂຮງຮຽນມັດທະຍົມຕອນຕົ້ນຊາຟິ່ນ (ຕາແສງຊາຟິ່ນ, ເມືອງດົ່ງວັນ, ແຂວງຮ່າຢາງ).
ດ້ວຍຫົວຂໍ້ວ່າ “ຫໍສະໝຸດຢູ່ເທິງຫີນ”, ລາຍການໄດ້ມອບປຶ້ມ 1.500 ຫົວ ເພື່ອປະກອບເຂົ້າຫ້ອງອ່ານ, ລວມມີ: ປຶ້ມອ້າງອີງເຫດຜົນ, ປຶ້ມກ່ຽວກັບທັກສະ, ປຶ້ມພາສາອັງກິດ, ນິທານປະຫວັດສາດ, ເລື່ອງພາບ, ກະວີ... ແລະຫໍສະໝຸດປຶ້ມເວົ້າທາງອອນລາຍດ້ວຍປຶ້ມກວ່າ 2.000 ຫົວ. ນອກຈາກນັ້ນ, ສະມາຊິກຊາວໜຸ່ມ, ຊາວໜຸ່ມຍັງຈັດຕັ້ງການເຄື່ອນໄຫວ, ຄື: ການລະຫຼິ້ນພື້ນເມືອງ, ອ່ານປຶ້ມ, ສາຍຮູບເງົາໃຫ້ພວກນ້ອງນ້ອຍຢູ່ເຂດພູດອຍ. ບັນດາຂອງຂວັນນ້ອຍໆແຕ່ມີຄຸນຄ່າ ແລະຄວາມຮູ້ຫຼາຍຢ່າງໃຫ້ແກ່ຄູອາຈານ ແລະນັກຮຽນຢູ່ເຂດພູດອຍຊາຍແດນ, ຜ່ານນັ້ນປະກອບສ່ວນສ້າງຄວາມໃຝ່ຝັນໃຫ້ພວກນ້ອງນ້ອຍຢູ່ທີ່ນີ້.
    |
 |
ສະມາຊິກຊາວໜຸ່ມ, ຊາວໜຸ່ມ ອ່ານປຶ້ມພ້ອມກັບພວກນ້ອງນ້ອຍໃນຫໍສະໝຸດ. ພາບ: ຕ໊ວນຮຸຍ |
    |
 |
ພວກນ້ອງເລືອກອ່ານປຶ້ມທີ່ຕົນເອງມັກ. ພາບ: ຕ໊ວນຮຸຍ |
    |
 |
ເດັກນ້ອຍຍິງ ຕັ້ງໃຈອ່ານປຶ້ມໃໝ່. ພາບ: ຕ໊ວນຮຸຍ |
    |
 |
ຄວາມມ່ວນຊື່ນຂອງເດັກນ້ອຍເມື່ອມີປຶ້ມໃໝ່. ພາບ: ຕ໊ວນຮຸຍ |
    |
 |
ພວກນ້ອງມ່ວນຊື່ນກັບການຄົ້ນຫາ, ຕິດຕັ້ງຊຸດຮູບແບບປະກອບເຕັກນິກຫ້ອງປໍ 5. ພາບ: ຕ໊ວນຮຸຍ |
    |
 |
ບັນດາຮອຍຍິ້ມເມື່ອໄດ້ເບິ່ງຮູບເງົາ. ພາບ: ຕ໊ວນຮຸຍ |
    |
 |
ພ້ອມກັນຫຼິ້ນເກມທີ່ພວກອ້າຍເອື້ອຍຈັດໃຫ້. ພາບ: ຕ໊ວນຮຸຍ |
ໂດຍ: ເຈິ່ນຮວ່ຽນ