ຕໍາຫຼວດທະເລຫວຽດນາມ ຈັດຕັ້ງການແຂ່ງຂັນ “ນ້ອງຮັກທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ”
ກປ.ອອນໄລ - ວັນທີ 27 ພຶດສະພາ, ທີ່ເມືອງແທັງຮ່າ, ແຂວງຫາຍເຢືອງ, ກອງບັນຊາການຕໍາຫຼວດທະເລຫວຽດນາມ ໄດ້ເປັນປະທານຮ່ວມກັບຄະນະກໍາມະການປະຊາຊົນເມືອງແທັງຮ່າ, ຫ້ອງການຊາວໜຸ່ມກອງທັບ ແລະໂຮງໝໍກອງທັບ 103 ຜັນຂະຫຍາຍແຜນການຈັດຕັ້ງການແຂ່ງຂັນ “ນ້ອງຮັກທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ” ແລະການເຄື່ອນໄຫວຊີວິດສັງຄົມຢູ່ທ້ອງຖິ່ນ.
    |
 |
ບັນດາຜູ້ແທນມອບຂອງຂວັນໃຫ້ພວກນ້ອງນັກຮຽນທຸກຍາກແຕ່ຮຽນເກັ່ງ ໃນບໍລິເວນເມືອງແທັງຮ່າ (ຫາຍເຢືອງ). ພາບ: qdnd.vn |
ການແຂ່ງຂັນ “ນ້ອງຮັກທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ” ມີຄວາມໝາຍອັນແທດຈິງ, ໄດ້ສົ່ງຜົນກະທົບທີ່ຕັ້ງໜ້າໃຫ້ຄູອາຈານ ແລະນັກຮຽນຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ; ເປັນບ່ອນແຂ່ງຂັນທີ່ມີຄວາມໂປ່ງໃສ; ເປັນປະໂຫຍດ, ເປັນການເຄື່ອນໄຫວນອກຫຼັກສູດທີ່ແທດຈິງໃນການສຶກສາ, ປະກອບຄວາມຮູ້ທີ່ເປັນປະໂຫຍດກ່ຽວກັບທະເລ, ໝູ່ເກາະຂອງປະເທດຊາດ; ຝຶກຝົນຫຼໍ່ຫຼອມຄວາມຮູ້, ທັກສະໃນການສະກັດກັ້ນ ແລະຕ້ານຜົນຮ້າຍຈາກຢາເສບຕິດ, ການໃຊ້ຄວາມຮຸນແຮງໃນໂຮງຮຽນ...
ໂອກາດນີ້, ຕໍາຫຼວດທະເລຫວຽດນາມ ຍັງໄດ້ພົບປະ, ຢ້ຽມຢາມຖາມຂ່າວ, ມອບຂອງຂວັນຈໍານວນ 114 ພູດໃຫ້ແມ່ຫວຽດນາມ ວິລະຊົນ ສອງຄົນ, ທະຫານເສຍອົງຄະ ທີ່ປະສົບຄວາມຫຍຸ້ງຍາກ, ນັກຮຽນທຸກຍາກແຕ່ຮຽນເກັ່ງ ໃນບໍລິເວນເມືອງແທັງຮ່າ.
ໂດຍ: ໄຊຊະນະ