leftcenterrightdel
ພາບປະກອບ: ກະຊວງອຸດສາຫະກໍາ ແລະການຄ້າ

ວັນທີ 26 ພຶດສະພາ, ພະແນກອຸດສາຫະກຳ ແລະການຄ້າ ນະຄອນ ໂຮ່ຈີມິນ ໄດ້ຈັດກອງປະຊຸມເຊື່ອມຕໍ່ຂໍ້ມູນຂ່າວຕະຫຼາດການສົ່ງອອກດ້ວຍຫົວຂໍ້ “ຜະລິດຕະພັນກະເສດຫວຽດນາມ ພັດທະນາກ້າວໄກ”.

ທີ່ກອງປະຊຸມ, ບັນດາຄຳເຫັນຂອງວິສາຫະກິດ ຖືວ່າ: ໃນໂລກ, ການເຕີບໂຕສີຂຽວຄ່ອຍໆກາຍເປັນທ່າອ່ຽງຫຼັກແຫຼ່ງ. ຢູ່ ຫວຽດນາມ, ກະສິກຳມີຫຼາຍຄວາມສາມາດບົ່ມຊ້ອນເພື່ອພັດທະນາກະສິກຳສີຂຽວ, ເປັນມິດກັບສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນມົນລະພິດສິ່ງແວດລ້ອມ, ມຸ່ງໄປເຖິງກະສິກຳ 4.0. ດັ່ງນັ້ນ, ກອງປະຊຸມກໍ່ແມ່ນໂອກາດເພື່ອພ້ອມກັນກຳນົດບັນດາສິ່ງທ້າທາຍ ແລະຊອກຫາມາດຕະການເໝາະສົມເພື່ອພັດທະນາແບບຍືນຍົງ ຕາມທິດ “ການຮ່ວມສຳພັນຢ່າງແຮງ - ການສົ່ງອອກສີຂຽວ”.

ຫຼາຍຄຳເຫັນທີ່ກອງປະຊຸຸມຖືວ່າ ໃນສະພາບການທີ່ຫຼາຍຂະແໜງປະສົບກັບຄວາມຫຍຸ້ງຍາກ, ດັດຊະນີ ແລະກາລະໂອກາດເຕີບໂຕຂອງກະສິກຳພວມບັນລຸໝາກຜົນດີສົມຄວນ, ຜະລິດຕະພັນກະເສດກາຍເປັນຈຸດເດັ່ນຂອງການສົ່ງອອກນະຄອນ ໂຮ່ຈີມິນ ແລະບັນດາແຂວງພາກໃຕ້. ເພື່ອໃຫ້ຜະລິດຕະພັນກະເສດພັດທະນາແບບຍືນຍົງ, ວິສາຫະກິດຕ້ອງມີການ “ການຮ່ວມສຳພັນຢ່າງແຮງ - ການສົ່ງອອກສີຂຽວ”, ເຊື່ອມຕົວກັບສາກົນ, ຮັກສາກຳລັງການຜະລິດ ແລະຍູ້ແຮງການໃຊ້ສອຍຜະລິດຕະພັນ, ຢັ້ງຢືນໄດ້ເຄື່ອງໝາຍການຄ້າ “ຜະລິດຕະພັນກະເສດ ຫວຽດ” ໃນຕະຫຼາດກະສິກຳໂລກ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ