ກ່າວຄຳເຫັນທີ່ກອງປະຊຸມສໍາມະນາ, ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຢືນຢັນວ່າ: ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຕັດສິນໃຈຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະກໍ່ສ້າງພື້ນຖານເສດຖະກິດສີຂຽວ, ເສດຖະກິດໝູນວຽນ ແລະເປັນມິດກັບສິ່ງແວດລ້ອມ ຕໍ່ໜ້າຜົນກະທົບເພີ່ມຂຶ້ນຈາກການປ່ຽນແປງຂອງດິນຟ້າອາກາດໃນຂອບເຂດທົ່ວໂລກ ກໍ່ຄືຢູ່ຫວຽດນາມ. ທ່ານຮອງລັດຖະມົນຕີ ໂດ໊ຮຸ່ງຫວຽດ ເນັ້ນໜັກເຖິງຄວາມໝາຍສຳຄັນຂອງການເພີ່ມທະວີການຮ່ວມມືສາກົນ ແລະແບ່ງປັນບົດຮຽນປະສົບການໃນບັນດາຄວາມມານະພະຍາຍາມຫັນປ່ຽນພະລັງງານຢ່າງຍຸຕິທໍາ.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ທ່ານນາງ Ramla Khalidi, ຫົວໜ້າຜູ້ຕາງໜ້າປະຈໍາການ UNDP ປະຈຳ ຫວຽດນາມ ຢືນຢັນວ່າ ການຫັນປ່ຽນພະລັງງານຕ້ອງມີຄວາມຍຸຕິທຳ ແລະອີງໃສ່ຄວາມສະເໝີພາບຢູ່ບັນດາປະເທດພວມພັດທະນາ ເພື່ອຫັນປ່ຽນແບບຍືນຍົງໄປສູ່ພື້ນຖານເສດຖະກິດທີ່ມີກາກບອນຕ່ຳ ແລະປັບຕົວກັບການປ່ຽນແປງຂອງດິນຟ້າອາກາດ. ທີ່ກອງປະຊຸມສໍາມະນາ, ຜູ້ແທນທັງພາຍໃນ ແລະຕ່າງປະເທດໄດ້ແລກປ່ຽນ ແລະແບ່ງປັນບົດຮຽນປະສົບການອັນລ້ຳຄ່າກ່ຽວກັບການຫັນປ່ຽນພະລັງງານຢ່າງຍຸຕິທໍາ.

ໂດຍ: ທະນາພອນ