ປະຈຸບັນ, ນະຄອນໂຮ່ຈີມິນ ໄດ້ສ້າງຕັ້ງການພົວພັນມິດຕະພາບ, ການຮ່ວມມືກັບ 7 ທ້ອງຖິ່ນຂອງ ສ. ເກົາຫຼີ. ໃນໄລຍະຜ່ານມາ, ການພົວພັນລະຫວ່າງນະຄອນໂຮ່ຈີມິນ ແລະບັນດາທ້ອງຖິ່ນຂອງ ສ. ເກົາຫຼີ ໄດ້ຮັບການພັດທະນາຢ່າງດີງາມ, ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ. ນະຄອນໂຮ່ຈີມິນ ປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນຮ່ວມມືກັບສະພາປະຊາຊົນນະຄອນ Incheon ຢ່າງແຂງແຮງກວ່າອີກ, ຊຸກຍູ້ການເຄື່ອນໄຫວຮ່ວມມືດ້ານວັດທະນະທຳ, ກິລາ, ການພົບປະແລກປ່ຽນປະຊາຊົນ... ນະຄອນໂຮ່ຈີມິນ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດາວິສາຫະກິດ, ປະຊາຄົມຊາວ  ສ. ເກົາຫຼີ ໄດ້ດຳລົງຊີວິດ, ຮ່ຳຮຽນ, ລົງທຶນ, ດຳເນີນທຸລະກິດຢ່າງຍາວນານຢູ່ນະຄອນໂຮ່ຈີມິນ. 

leftcenterrightdel
ທ່ານ ຫງວຽນວັນຢຸງ ຕ້ອນຮັບທ່ານ Heo Shick ແລະຄະນະຜູ້ແທນສະພາປະຊາຊົນນະຄອນ Incheon. ພາບ: ຊວນຢຸຍ

ທ່ານ Heo Shick ປາດຖະໜາຢາກສືບຕໍ່ໄດ້ຮັບການຊ່ວຍເຫຼືອ, ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ, ປະຊາຄົມຊາວ ສ. ເກົາຫຼີ ທີ່ພວມທຳມາຫາກິນ, ດຳລົງຊີວິດຢູ່ນະຄອນ; ສືບຕໍ່ຊຸກຍູ້ການຮ່ວມມືຢ່າງແຂງແຮງ, ເສີມຂະຫຍາຍບັນດາໝາກຜົນອັນດີງາມ, ຕັ້ງໜ້າແລກປ່ຽນຄະນະປະຕິບັດງານ, ແບ່ງປັນບົດຮຽນ, ປະສົບການຕ່າງໆ... ລະຫວ່າງສອງນະຄອນ.

ໂດຍ: ແສງເດືອນ