ຄວາມປະທັບໃຈຢ່າງເລິກເຊິ່ງຈາກການພົບປະແລກປ່ຽນມິດຕະພາບສາກົນ 2023
ກປ.ອອນໄລ - ລາຍການພົບປະແລກປ່ຽນມິດຕະພາບສາກົນ - ລະດູບານໃໝ່ 2023 ທີ່ດໍາເນີນຢູ່ແຂວງລາວກາຍ ໃນລະຫວ່າງວັນທີ 26-27 ມີນາ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃນດວງໃຈເພື່ອນມິດສາກົນ.
ລາຍການມີການເຂົ້າຮ່ວມຂອງຜູ້ແທນເກືອບ 150 ຄົນ, ໃນນັ້ນມີເອກອັກຄະລັດຖະທູດ ແລະບັນດາຜູ້ຕາງໜ້າ 14 ຄົນ, ພະນັກງານການທູດຂອງ 34 ສະຖານທູດບັນດາປະເທດ; ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ/ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ 24 ຄົນ.
ບັນດາຜູ້ແທນໄດ້ທ່ຽວຊົມຈອມພູ Fansipan ຂຶ້ນກັບຕາແສງຊາປາ; ເຂົ້າຮ່ວມງານລ້ຽງ ແລະຊົມລາຍການສະແດງສິລະປະທີ່ເປັນເອກະລັກສະເພາະຂອງລາວກາຍ, ໄຕບັ໊ກ. ທ່ານ Saadi Salama, ເອກອັກຄະລັດຖະທູດປາແລດສະຕີນ ຕາງໜ້າບັນດາສະມາຊິກໃນຄະນະທູຕານຸທູດ, ເວົ້າວ່າ: “ພວກເຮົາແຕ່ລະຄົນຈະມີຄວາມຊົງຈຳທີ່ດີງາມກ່ຽວກັບລາວກາຍ ຢ່າງແນ່ນອນ”.
    |
 |
ບັນດາຜູ້ແທນພິຊິດຈອມພູ Fansipan. ພາບ: vov.vn |
ເນື່ອງໃນໂອກາດນີ້, ແຂວງລາວກາຍ ແລະຜູ້ຕາງໜ້າບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ 6 ຄົນ ໄດ້ເຊັນບົດບັນທຶກຊ່ວຍຈຳກ່ຽວກັບການປະຕິບັດບັນດາບ້ວງເງິນຊ່ວຍເຫຼືອລ້າໃນໄລຍະຈະມາເຖິງ, ດ້ວຍຍອດມູນຄ່າກວ່າ 2 ລ້ານໂດລາສະຫະລັດ.
ການພົບປະແລກປ່ຽນມິດຕະພາບສາກົນແມ່ນກິດຈະກຳປະຈຳປີ ເຊິ່ງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ສົມທົບກັບບັນດາແຂວງ, ນະຄອນຈັດຕັ້ງ. ຜ່ານນັ້ນ, ປະກອບສ່ວນໂຄສະນາເຜີຍແຜ່ຮູບພາບຫວຽດນາມ ກັບເພື່ອນມິດສາກົນ.
ໂດຍ: ແສງເດືອນ