ໄຂປີທ່ອງທ່ຽວແຫ່ງຊາດ 2023 “ບິ່ງທ້ວນ - ເຕົ້າໂຮມສີຂຽວ”
ປີທ່ອງທ່ຽວແຫ່ງຊາດ 2023 “ບິ່ງທ້ວນ - ເຕົ້າໂຮມສີຂຽວ” ມີກວ່າ 200 ເຫດການ, ກິດຈະກຳວັດທະນະທຳ, ກິລາ ແລະ ທ່ອງທ່ຽວເປັນເອກະລັກສະເພາະ ມີຂອບເຂດເຊື່ອມຕໍ່ລະຫວ່າງບັນດາແຂວງ, ນະຄອນ ແລະ ສາກົນ...
    |
 |
ພິທີໄຂປີທ່ອງທ່ຽວແຫ່ງຊາດ 2023. ພາບ: vov.vn |
ຕອນຄ່ຳວັນທີ 25 ມີນາ, ຢູ່ນະຄອນ ຟານທຽດ, ແຂວງ ບິ່ງທ້ວນ, ໄດ້ຈັດພິທີໄຂປີທ່ອງທ່ຽວແຫ່ງຊາດ 2023 ດ້ວຍຫົວຂໍ້ “ບິ່ງທ້ວນ - ເຕົ້າໂຮມສີຂຽວ”.
ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ບິ່ງທ້ວນ ດວ່ານແອັງຢຸງ ຢືນຢັນວ່າ ຫົວຂໍ້ປີທ່ອງທ່ຽວແຫ່ງຊາດ 2023 “ບິ່ງທ້ວນ - ເຕົ້າໂຮມສີຂຽວ” ແມ່ນສະແດງໃຫ້ເຫັນຄວາມຕັດສິນໃຈ, ການກຳນົດທິດພັດທະນາທ່ອງທ່ຽວສີຂຽວ, ຍືນຍົງຂອງທົ່ວປະເທດເວົ້າລວມ ແລະ ຂອງແຂວງ ບິ່ງທ້ວນ ເວົ້າສະເພາະ.
ປີທ່ອງທ່ຽວແຫ່ງຊາດ 2023 “ບິ່ງທ້ວນ - ເຕົ້າໂຮມສີຂຽວ” ມີກວ່າ 200 ເຫດການ, ກິດຈະກຳວັດທະນະທຳ, ກິລາ ແລະ ທ່ອງທ່ຽວເປັນເອກະລັກສະເພາະມີຂອບເຂດເຊື່ອມຕໍ່ລະຫວ່າງບັນດາແຂວງ, ນະຄອນ ແລະ ສາກົນ ເຊິ່ງຈັດຂຶ້ນໃນຕະຫຼອດປີ 2023 ຢູ່ບໍລິເວນແຂວງບິ່ງທ້ວນ ແລະ 41/63 ແຂວງ, ນະຄອນ. ຜ່ານນັ້ນ, ແນະນຳ, ໂຄສະນາບັນດາຄຸນຄ່າວັດທະນະທຳທີ່ເປັນວັດຖຸ ແລະບໍ່ເປັນວັດຖຸ, ຜະລິດຕະພັນທ່ອງທ່ຽວເປັນເອກະລັກສະເພາະຂອງຫວຽດນາມ; ພ້ອມທັງ, ແຜ່ຂະຫຍາຍສານເຖິງເພື່ອນມິດ ແລະແຂກທ່ອງທ່ຽວກ່ຽວກັບແຂວງບິ່ງທ້ວນ ຖືເອົາການພັດທະນາສີຂຽວ, ພັດທະນາແບບຍືນຍົງ ແລະເປັນມິດກັບສິ່ງແວດລ້ອມ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ