ຫວຽດນາມ ເພີ່ມ 12 ຂັ້ນໃນບົດລາຍງານຄວາມຜາສຸກໂລກ ປີ 2023
ກປ.ອອນໄລ - CNN ໃຫ້ຂ່າວວ່າ, ເນື່ອງໃນໂອກາດວັນຜາສຸກສາກົນ (ວັນທີ 20 ມີນາ), ສປຊ ໄດ້ປະກາດບົດລາຍງານຄວາມຜາສຸກໂລກ 2023, ເປັນຂີດໝາຍ 1 ທົດສະວັດທີ່ອົງການຫຼາຍຝ່າຍໃຫຍ່ທີ່ສຸດຂອງໂລກນີ້ປະຕິບັດຂໍລິເລີ່ມຊຸກຍູ້ຄວາມຜາສຸກແຫ່ງຊາດ.
    |
 |
ພາບປະກອບຈາກສໍານັກຂ່າວສານຫວຽດນາມ. |
ໜ້າເອົາໃຈໃສ່, ໃນບົດລາຍງານປີນີ້, ດັດຊະນີຄວາມຜາສຸກຂອງຫວຽດນາມ ໄດ້ເພີ່ມ 12 ຂັ້ນ, ຈາກອັນດັບທີ 77 ໃນຕາຕະລາງຈັດອັນດັບທີ່ປະກາດປີ 2022 ຂຶ້ນອັນດັບທີ 65, ໃນຍອດຈໍານວນກວ່າ 150 ປະເທດ, ເຂດແຄວ້ນໃນໂລກ. ໃນຂະນະນັ້ນ, ແຟງລັງ ໄດ້ຮັບນາມມະຍົດເປັນປະເທດຜາສຸກກວ່າໝູ່ຢູ່ໂລກ ເທື່ອທີ 6. ເລື່ອງຈັດອັນດັບໂດຍ ສປຊ ອີງໃສ່ບັນດາດັດຊະນີ ຄື ອາຍຸຍືນ, ສຸຂະພາບ, ລາຍຮັບສະເລ່ຍໃສ່ຫົວຄົນ, ການໜູນຊ່ວຍສັງຄົມ, ຄວາມເສລີ...
ໂດຍ: ຈາງຫງວຽນ