ກ່າວຄໍາເຫັນໄຂກອງປະຊຸມສໍໍາມະນາ, ທ່ານ ປອ ຟານແອັງເຊີນ ຮອງປະທານ, ເລຂາທິການໃຫຍ່ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ແລະລາຊະອານາຈັກ ອັງກິດ ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ ໃນວັນທີ 11 ກັນຍາ 1973. ໃນ ຕະຫຼອດໄລຍະ 50 ປີຜ່ານມາ, ສາຍພົວພັນໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ, ພິເສດແມ່ນພາຍຫຼັງສອງປະເທດ ເຊັນຖະແຫຼງການຮ່ວມວ່າດ້ວຍການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ໃນເດືອນກັນຍາ ປີ 2010 ຢ່າງເປັນທາງການ, ເປີດອອກຫຼາຍຂອບເຂດ, ກົນໄກຮ່ວມມືລະຫວ່າງສອງປະເທດ ຄື ການເຈລະຈາຍຸດທະສາດ, ຄະນະກໍາມະການປະສົມການຮ່ວມມືດ້ານເສດຖະກິດ ແລະການຄ້າ, ກຸ່ມປະຕິບັດງານກ່ຽວກັບການປ້ອງກັນຊາດ... ສອງປະເທດ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດສໍາຄັນ ຄື ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືພັດທະນາ, ການສຶກສາ-ກໍ່ສ້າງ, ວິທະຍາສາດເຕັກໂນໂລຢີ, ການພັດທະນາແບບຍືນຍົງ, ການພົບປະແລກປ່ຽນປະຊາຊົນ ຢ່າງບໍ່ຢຸດຢັ້ງ, ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການພັດທະນາການພົວພັນສອງຝ່າຍ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ ດ້ວຍຫົວຂໍ້ “50 ປີແຫ່ງການພົວພັນທາງການທູດ ຫວຽດນາມ - ລາຊະອານາຈັກ ອັງກິດ: ຜົນງານ ແລະແງ່ຫວັງ”. ພາບ: qdnd.vn

ທ່ານ ຟານແອັງເຊີນ ສະແດງຄວາມເຊື່ອໝັ້ນວ່າ ຈາກບັນດາຜົນງານທີ່ບັນລຸໄດ້ໃນເຄິ່ງສະຕິວັດຜ່ານມາ ແລະດ້ວຍນໍ້າໃຈມິດຕະພາບ, ການຮ່ວມມືຫຼາຍຮູບແບບໃນບັນດາຂົງເຂດລະຫວ່າງປະຊາຊົນສອງປະເທດ, ການພົວພັນອັນດີງາມລະຫວ່າງຫວຽດນາມ ແລະອັງກິດ ຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ, ປັບປຸງ ແລະພັດທະນາ, ຕອບສະໜອງຄວາມມຸ່ງມາດປາດຖະໜາ, ນໍາ ເອົາຜົນປະໂຫຍດອັນແທດຈິງມາໃຫ້ປະຊາຊົນສອງປະເທດ, ພ້້ອມທັງປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືພັດທະນາ ຢູ່ພາກພື້ນ ແລະໃນໂລກ.

ກ່າວຄໍາເຫັນທີ່ເຫດການ, ທ່ານ Marcus Winsley ຮອງເອກອັກຄະລັດຖະທູດ ອັງກິດ ປະຈໍາ ຫວຽດນາມ ຖືວ່າ ການພົວພັນລະຫວ່າງຫວຽດນາມ ແລະອັງກິດ ພວມຢູ່ໃນໄລຍະດີງາມທີ່ສຸດໃນ 50 ປີຜ່ານມາ. ໃນສະພາບພະຍາດໂຄວິດ-19 ແຜ່ລະບາດ ນັ້ນແມ່ນຈຸດເວລາທີ່ສອງປະເທດ ຍົກລະດັບການຮ່ວມມືຂຶ້ນສູ່ລະດັບສູງໃໝ່ໃນຫຼາຍຂົງເຂດຈາກການເມືອງ, ເສດຖະກິດ, ການສຶກສາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພິເສດແມ່ນໃນຂົງເຂດສະກັດກັ້ນ ແລະຕ້ານການຄ້າມະນຸດ ແລະແກ້ໄຂອາດຊະຍາກໍາຂ້າມຊາດ. ທ່ານ Marcus Winsley ຖືວ່າ ໃນໄລຍະຈະມາເຖິງສອງປະເທດ ຕ້ອງແບ່ງປັນຂໍ້ມູນຂ່າວສານກ່ຽວກັບການລົງທຶນ, ເປີດປະຕູຕະຫຼາດ, ພັດທະນາເຕັກໂນໂລຢີກວ່າອີກເພື່ອປະຕິບັດຄໍາໝັ້ນສັນຍາກ່ຽວກັບການພັດທະນາແບບຍືນຍົງ, ຮັບປະກັນເປົ້າໝາຍບັນລຸການປ່ອຍກາກບອນດີໂອຊິດ ໃຫ້ເປັນສູນ ໃນປີ 2050; ພ້ອມທັງຮ່ວມມື ເພື່ອມຸ່ງໄປເຖິງໂຄງ ການຫັນປ່ຽນພະລັງງານຍຸຕິທໍາ.

ໂດຍ: ໄຊຊະນະ