ເຊີດຊູບັນດາໝູ່ຄະນະ, ບຸກຄົນທີ່ດີເດັ່ນຂອງ Viettel ໃນທົ່ວໂລກ
ກປ.ອອນໄລ - ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ຫາກໍ່ຈັດຕັ້ງພິທີເຊີດຊູບັນດາໝູ່ຄະນະ, ບຸກຄົນທີ່ດີເດັ່ນໃນທົ່ວໂລກປີ 2022 - Viettel’s Stars 2022.
Viettel’s Stars 2022 ເຊີດຊູ 10 ບຸກຄົນ, 10 ໝູ່ຄະນະບໍ່ພຽງແຕ່ສໍາເລັດໜ້າທີ່ຜະລິດ, ດໍາເນີນທຸລະກິດຢ່າງດີເດັ່ນເທົ່ານັ້ນ, ຫາກຍັງບັນດານໃຈກ່ຽວກັບຈິດໃຈຮັບໃຊ້, ປະດິດຄິດສ້າງ, ຜ່ານຄວາມຫຍຸ້ງຍາກໃນວຽກເຮັດງານທໍາ. ນີ້ແມ່ນບັນດາແບບຢ່າງທີ່ດີເດັ່ນທີ່ໄດ້ຄັດເລືອກຈາກພະນັກງານ, ພາລະກອນ ເກືອບ 70.000 ຄົນທີ່ມາຈາກບັນດາຫົວໜ່ວຍສະມາຊິກ ແລະ 10 ຕະຫຼາດສາກົນ, ໃນ 4 ຂົງເຂດ: ໂທລະຄົມມະນາຄົມ; ມາດຕະການເຕັກໂນໂລຢີຂໍ້ມູນຂ່າວສານ ແລະການບໍລິການດີຈີຕອນ; ຄົ້ນຄວ້າຜະລິດອຸດສາຫະກໍາເຕັກໂນໂລຢີສູງ; logistics ແລະການຄ້າໃນທົ່ວໂລກ.
    |
 |
ຄະນະການນໍາ Viettel, ບັນດາຜູ້ແທນ ແລະ 10 ບຸກຄົນ Viettel ທີ່ດີເດັ່ນປີ 2022. ພາບ: ເຈິ່ນທໍ້. |
ໃນສະພາບການທີ່ຫຍຸ້ງຍາກລວມໃນທົ່ວໂລກ, Viettel ຍັງຢຶດໝັ້ນດ້ວຍບັນດາເປົ້າໝາຍທີ່ໄດ້ວາງອອກ, ຫັນປີ 2022 ກາຍເປັນປີສ້າງຄວາມປະທັບໃຈຫຼາຍຢ່າງກ່ຽວກັບການດໍາເນີນທຸລະກິດ, ປະດິດຄິດສ້າງ, ຂຸດຄົ້ນສິ່ງແວດລ້ອມໃໝ່ ແລະບັນດາຜົນງານຂອງຊາດພາຍຫຼັງພະຍາດໂຄວິດ-19. Viettel ໄດ້ສໍາເລັດທຸກຕົວເລກຄາດໝາຍກ່ຽວກັບລາຍຮັບ, ກໍາໄລ, ປະກອບໃຫ້ງົບປະມານລັດ, ນໍາໜ້າຮັບໜ້າທີ່ໃຫຍ່ຂອງປະເທດຕື່ມອີກ, ນໍາໜ້າໃນການຄົ້ນຄວ້າເຕັກໂນໂລຢີ, ການດໍາລົງຊີວິດຂອງພະນັກງານ, ພາລະກອນໄດ້ຮັບເບິ່ງແຍງດູແລນັບມື້ນັບດີກວ່າ.
ໂດຍໄດ້ຈັດຕັ້ງເປັນຄັ້ງທີ 13, Viettel’s Stars ແມ່ນເຫດການປະຈໍາປີ ເພື່ອແນໃສ່ເຊີດຊູ, ມອບລາງວັນໃຫ້ບັນດາໝູ່ຄະນະ, ບຸກຄົນທີ່ດີເດັ່ນຮອບດ້ານ, ສະແດງຄວາມມານະພະຍາຍາມແຂ່ງຂັນຜ່ານຂີດຈຳກັດຂອງຕົນ, ຍອມຮັບຄວາມລຳບາກ, ຕັດສິນໃຈຜ່ານຄວາມຫຍຸ້ງຍາກ, ສ້າງມູນຄ່າປະກອບສ່ວນໃຫ້ແກ່ການພັດທະນາຂອງ Viettel.
Viettel ພວມເພີ່ມຄວາມໄວໃນໄລຍະພັດທະນາຄັ້ງທີ 4 ກາຍເປັນກຸ່ມບໍລິສັດອຸດສາຫະກຳເຕັກໂນໂລຢີສູງ. ປະຈຸບັນ, Viettel ສາມາດຂຸດຄົ້ນສິ່ງແວດລ້ອມໃໝ່ໄດ້ຫຼາຍ, ເຂົ້າຮ່ວມຫຼາຍຂົງເຂດ, ຂະໜາດ, ຂອບຂະໜາດຂອງກຸ່ມບໍລິສັດນັບມື້ນັບໃຫຍ່.
ໂດຍ: ຈາງຫງວຽນ